何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ພາກ​ພື້ນRCEP ການ​ຄ້າ​ສິນ​ຄ້າຫຼາຍກວ່າ 90% ຈະ​ປອດ​ພາ​ສີ​ເທື່ອ​ລະ​ກ້າວ

2021-12-31 15:10:56 CRI

ໃນ​ພາກ​ພື້ນRCEP ການ​ຄ້າ​ສິນ​ຄ້າຫຼາຍກວ່າ 90% ຈະ​ປອດ​ພາ​ສີ​ເທື່ອ​ລະ​ກ້າວ_fororder_RCEP

ສັນ​ຍາການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ຢ່າງ​ເປັນ​ທາງ​ການ​ກັບ 10 ປະ​ເທດ ຄື: ​ຈີນ, ລາວ, ກຳ​ປູ​ເຈຍ, ໄທ, ຫວຽດ​ນາມ, ສິງ​ກະ​ໂປ, ບ​ຣູ​ໄນ, ຍີ່​ປຸ່ນ, ນູ​ແວນ​ເຊ​ລັງ ແລະ ອົ​ສ​ຕ​ຣາ​ລີ​ນັບ​ແຕ່ວັນ​ທີ 1 ມັງ​ກອນ​ປີ 2022 ເປັນ​ຕົ້ນ​ໄປ. ​ສ່ວນສ.ເກົາຫຼີ​ກໍ​ຈະ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ ​ເລີ່ມ​ແຕ່​ວັນ​ທີ 1 ​ກຸມ​ພາ​ປີ 2022 ເປັນ​ຕົ້ນ​ໄປ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ກະ​ຊວງ​ການ​ຄ້າ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 30 ທັນ​ວາ​ 2021 ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ເມື່ອRCEP ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ຜູ້​ບໍ​ລິ​ໂພກ​ໃນ​ພາກ​ພື້ນ ເຊິ່ງ​ລວມ​ທັງ​ປະ​ເທດ​ຈີນ.

 

ທ່ານ​ກ່າວ​ເຟີ່ງ​ກ່າວ​ວ່າ, ໃນ​ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ພາ​ສີ, ຫຼັງ​ຈາກ​ສັນ​ຍາ​ດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, ການ​ຄ້າ​ສິນ​ຄ້າຫຼາຍກວ່າ 90% ຈະ​ປອດ​ພາ​ສີ​ເທື່ອ​ລະ​ກ້າວ. ໂດຍ​ຜ່ານ​ຈາກ​ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ພາ​ສີ, ວິ​ສາ​ຫະ​ກິດ​ພາຍ​ໃນ​ພາກ​ພື້ນ​ສາ​ມາດຫຼຸດ​ຕົ້ນ​ທຶນ​ໃນ​ການ​ຜະ​ລິດ​ໃຫ້​ຕ່ຳ​ລົງ​ຢ່າງ​ພົ້ນ​ເດັ່ນ, ຜູ້​ບໍ​ລິ​ໂພກ​ສາ​ມາດ​ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ທີ່​ມີ​ລາ​ຄາ​ຖືກ ແລະ ຄຸນ​ນະ​ພາບ​ດີຫຼາຍກວ່າ​ເກົ່າ.

 

ໃນ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ, ປະ​ເທດ​ພາ​ສີ​ໃນ​ສັນ​ຍາRCEP ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໂດຍ​ລວມ​ວ່າ ຈະ​ເປີດຂະ​ແໜງ​ການການ​ຄ້າ​ການ​ບໍ​ລິ​ການຫຼາຍກວ່າ 100 ຂະ​ແໜງ, ເຊິ່ງກວມ​​ເອົາ​ການ​ເງິນ, ໂທ​ລະ​ຄົມ, ຄົມ​ມະ​ນາ​ຄົມ, ການ​ທ່ອງ​ທ່ຽວ, ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ ແລະ​ອື່ນ​ໆ, ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ຫຼັງ​ຈາກ​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້​ເປັນ​ເວ​ລາ 6 ປີ​ແລ້ວ​ຈະ​ຫັນ​ມາ​ອະ​ນຸ​ຍາດ​ໃຫ້​ລົງ​ທຶນ​ຢ່າງ​ຮອບ​ດ້ານ, ແລະ​ຍົກ​ສູງ​ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ. ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂ້າມ​ຊາດ, ການ​ເງິນ​ອິນ​ເຕີ​ເນັດ, ການ​ປະ​ຕິ​ບັດ​ງານ​ອອນ​ລາຍ, ການ​ສຶກ​ສາ​ອອນ​ລາຍ, ການ​ບົ່ງ​ມະ​ຕິ​ອອນ​ລາຍ, ງານ​ຕະຫຼາດ​ນັດ​ອອນ​ລາຍ ແລະ​ ຮູບ​ແບບ​ທຸ​ລະ​ກິດໃໝ່​ອື່ນໆ​ຈະ​ມີ​ໂອ​ກາດ​ການ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ, ​ທັງ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ ແລະ ຄວາມ​ສະ​ດວກຫຼາຍກວ່າ​ເກົ່າ​​ມາໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ນີ້.

 

ໃນຂໍ້​ກຳ​ນົດ​ກ່ຽວ​ກັບ​ຖິ່ນ​ກຳ​ເນີດ​ຂອງ​ສິນ​ຄ້າ, ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ພາ​ຄີ​ໃນ​ສັນ​ຍາRCEP​ສາ​ມາດ​ນຳ​ໃຊ້​ວັດ​ຖຸ​ດິບ​ຂອງ​ປະ​ເທດ​ພາ​ຄີ​​ໄດ້, ໂດຍ​ຖືວ່າ​ເປັນ​ວັດ​ຖຸ​ດິບ​ຂອງ​ປະ​ເທດ​ຕົນ, ​ຈຶ່ງ​ຈະ​ສາ​ມາດ​ເພີ່ມ​ອັດ​ຕາ​ສ່ວນ​ມູນ​ຄ່າ​ໃຫ້​ກັບ​ສິນ​ຄ້າ​ທີ່​ຮູ້​ຖິ່ນ​ກຳ​ເນີດ​ໄດ້​, ເຮັດ​ໃຫ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ລະ​ຫວ່າງ​ປະ​ເທດ​ພາ​ຄີ​ສາ​ມາດ​ບັນ​ລຸຕາມມາດ​ຕະ​ຖານ​ຊົມ​ໃຊ້​ນະ​ໂຍ​ບາ​ຍ​ພິ​ເສດ​ດ້ານ​ພາ​ສີ​ໄດ້​ງ່າຍກວ່າ.

ຄຳ​ເຫັນ

0