陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮ້ອງຂໍເອົາບໍ່ຄຳເກົ່າເຂົ້າໃນບັນຊີລາຍຊື່ມໍລະດົກໂລກຂອງຍີ່ປຸ່ນຕິດພັນກັບ ປະຫວັດສາດການຮຸກຮານ

2021-12-31 15:40:42 cri

ການຮ້ອງຂໍເອົາບໍ່ຄຳເກົ່າເຂົ້າໃນບັນຊີລາຍຊື່ມໍລະດົກໂລກຂອງຍີ່ປຸ່ນຕິດພັນກັບ ປະຫວັດສາດການຮຸກຮານ_fororder_赵立坚

ຕໍ່ກັບເລື່ອງທີ່ຍີ່ປຸ່ນຢາກຮ້ອງຂໍຈັດເອົາບໍ່ຄຳເກົ່າທີ່ຕັ້ງຢູ່ເທິງເກາະຊາໂດເຂົ້າໃນ ບັນຊີລາຍຊື່ມໍລະດົກໂລກ,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 30 ທັນວານີ້ວ່າ:ຝ່າຍຍີ່ປຸ່ນ ຄວນກ້າປະເຊີນກັບປະຫວັດສາດຢ່າງຖືກຕ້ອງ,ແກ້ໄຂບັນຫາທີ່ຕົກຄ້າງມາແຕ່ ປະຫວັດສາດໃຫ້ດີດ້ວຍທ່າທີທີ່ຈິງໃຈມີຄວາມຮັບຜິດຊອບແລະມີການກະທຳຕົວ ຈິງ,ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກປະເທດບ້ານໃກ້ເຮືອນຄຽງຢູ່ອາຊີແລະ ປະຊາຄົມໂລກ.

 

  ມີຂ່າວລາຍງານໃຫ້ຮູ້ວ່າ,ຫວ່າງກ່ອນນີ້,ກະຊວງການຕ່າງປະເທດສາທາ ລະນະລັດເກົາຫຼີໄດ້ສະແດງຄວາມຄຽດແຄ້ນຕໍ່ກັບເລື່ອງທີ່ຍີ່ປຸ່ນຕົກລົງຈະຮ້ອງຂໍ ເອົາບໍ່ຄຳເກົ່າເທິງເກາະຊາໂດເຂົ້າໃນບັນຊີລາຍຊື່່ມໍລະດົກໂລກ,ພ້ອມທັງທວງໃຫ້ຝ່າຍຍີ່ປຸ່ນຈົ່ງຍົກເລີກການຕັດສິນໃຈດັ່ງກ່າວໃນທັນທີ.

 

  ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ:ການເກນແບບ ບັງຄັບແລະໃຊ້ແຮງງານແບບຂ້າທາດແມ່ນໂທດກຳອັນໜັກໜ່ວງທີ່ລັດທິຂຸນເສິກຍີ່ປຸ່ນເປັນຜູ້ກໍ່ຂຶ້ນໃນໄລຍະຮຸກຮານຕ່າງປະເທດແລະປົກຄອງແບບລ່າເມືອງຂຶ້ນ.ໃນຂະບວນການຮ້ອງຂໍເຂົ້າໃນບັນຊີລາຍຊື່ມໍລະດົກໂລກແບບຄ້າຍຄືກັນໃນກ່ອນ ໜ້ານີ້,ຝ່າຍຍີ່ປຸ່ນເຄີຍຍອມຮັບວ່າເຄີຍມີການເກນແບບບັງຄັບແລະໃຊ້ແຮງ ງານແບບເປັນຂ້າທາດຢູ່ບໍລິເວນນີ້ທີ່ຝືນກັບຄວາມມຸ່ງມາດປາຖະໜາຂອງແຮງ ງານຈາກຈີນ ແຫຼມເກົາຫຼີແລະປະເທດອາຊີອື່ນໆ,ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສ້າງສູນຂໍ້ມູນຂ່າວສານເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍ,ແຕ່ບໍ່ໄດ້ປາກົດຜົນເປັນຈິງມາໂດຍຕະຫຼອດ.ປັດຈຸບັນຍີ່ປຸ່ນພັດບໍ່ເອົາຫົວຊານຳຄວາມຊົງຈຳທີ່ເຈັບແສບຂອງປະເທດບ້ານໃກ້ຄຽງອີກ,ໂດຍມີເຈດຕະນາຮ້ອງຂໍເອົາບໍ່ຄຳເກົ່າເຂົ້າເປັນມໍ ລະດົກໃນແບບທີ່ຄ້າຍຄືກັນນີ້,ມັນແນ່ນອນແລ້ວວ່າຈະນຳມາເຊິ່ງຄວາມຄຽດແຄ້ນແລະຄັດຄ້ານ.

ຄຳ​ເຫັນ

0