刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​​ປະ​ກາດ​ “ການ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ຂອງຈີນ” ອີກ​ແລ້​ວ​ອີກ​ຕື່ມ ເຊິ່ງ​ເປັນ​ການ​ສະ​ກັດ​ກັ້ນ​ປະ​ເທດ​ຈີນ​ດ້ວຍ​ບັນ​ຫາ​ຮົງ​ກົງ​ເທົ່າ​ນັ້ນ

2021-12-31 19:16:47 cri

 

ວັນ​ທີ 30 ທັນ​ວາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ວ່າ: ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ກໍ​ລະ​ນີ​ທີ່​ອາ​ເມ​ຣິ​ກາ​​ໄດ້​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​​ຈີນ​ຕາມ​ກົດ​ໝາຍ​ອາ​ເມ​ຣິ​ກາ ແລະ​ໄດ້ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຈີນ​ໄດ້ຕັດ​ສິນ​ໃຈ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​ທີ່​ເທົ່າ​ທຽມ​ກັນ.

ຕາມ​ຂ່າວ​ແຈ້ງວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ໃນ​ຫວ່າງມໍ່ໆ​ນີ້​ວ່າ: ອາ​ເມ​ຣິ​ກາ​ໄດ້​ລົງ​ໂທດ​ຮອງ​ຫົວ​ໜ້າ​ຫ້ອງ​ການພົວ​ພັນ​​ຂອງລັດ​ຖະ​ບານ​ກາງ​ຈີນປະ​ຈຳຮົງ​ກົງ 5 ທ່ານ​​ຕາມ​ກົດ​ໝາຍ​​ທີ່​ເອີ້ນ​ວ່າ “ກົດ​ໝາຍ​​ປົກ​ຄອງຕົນ​ເອງ​ຂອງ​ຮົງ​ກົງ”. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ຈີນ​ໄດ້​ສະ​ແດງຫຼັກ​ໝັ້ນທີ່​ເຄັ່ງ​ຂຶມກ່ອນ​ໜ້າ​ນີ້​ແລ້ວ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: “ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ອາ​ເມ​ຣິ​ກາ​ໄດ້ປະ​ກາດ​ການ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ຂອງ​ຈີນ 7 ທ່ານ ເຊິ່ງ​ລວມ​ທັງ​ຮອ​ງ​ຫົວ​ໜ້າ​ຫ້ອງ​ການ​ພົວ​ພັນ​ຂອງ​ລັດ​ຖະ​ບານ​​ກາງຈີນ​ປະ​ຈຳ​ຮົງ​ກົງ 5 ທ່ານ ໂດຍ​ສວຍ​ໃຊ້​ໂອ​ກາດ​ທີ່​ເຜີ​ຍ​ແຜ່​ອັນ​ທີ່​ເອີ້ນ​ວ່າ: ​ຄຳ​ເຕືອນການ​ເຮັດ​ທຸ​ລະ​ກິດ​ຢູ່​ຮົງ​ກົງ. ຈີນ​ກໍ​ໄດ້​ປະ​ຕິ​ບັດ​ການ​ລົງ​ໂທດ​ທີ່​ເທົ່າ​ທຽມ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ຕໍ່ຕ້ານ​ການ​ລົງ​ໂທດ​ຂອງ​ຕ່າງ​ປະ​ເທດ. ການ​ປະ​ກາດ​ການ​ລົງ​ໂທດ​ຄືນ​ໃໝ່​ຂອງ​ອາ​ເມ​ຣິ​ກາ​ຄັ້ງ​ນີ້​ແມ່ນ​​ຮື້​ຟື້ນ​ບັນ​ຫາ​ເກົ່າ, ເປັນ​ການ​ສວຍ​ໃຊ້​ການ​ປ່າວ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ ເພື່ອ​ຮັບ​ໃຊ້​ກົນ​ອຸ​ບາຍ​ທາງ​ການ​ເມືອງ​ໃນ​ການ​ສະ​ກັດ​ກັ້ນ​ຈີນ, ນີ້​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ​ຄວາມ​ເອົາ​ໃຈ​ໃສ່​ຮົງ​ກົງ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​​ເລື່ອງ​ຈອມ​ປອມ, ການ​ທຳ​ລາຍ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ຈິ່ງ​ແມ່ນ​​ເລື່ອງ​ຈິງ.”

ຄຳ​ເຫັນ

0