陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMGເຜີຍແຜ່ການສະຫຼຸບ 10 ຂ່າວສາກົນທີ່ສຳຄັນປະຈຳປີ 2021

2021-12-31 17:20:09 cri

CMGເຜີຍແຜ່ການສະຫຼຸບ 10 ຂ່າວສາກົນທີ່ສຳຄັນປະຈຳປີ 2021_fororder_10da

 

ຫວ່າງມໍ່ໆມານີ້,ສະຖານີວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ເຜີຍແຜ່ການ ສະຫຼຸບ 10 ຂ່າວສາກົນທີ່ສຳຄັນປະຈຳປີ 2021ດັ່ງນີ້:

1. ຈີນໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການພັດທະນາໂລກ,ສົ່ງເສີມແລະປະຕິບັດ ຕາມລັດທິຫຼາຍຝ່າຍທີ່ແທ້ຈິງແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ.

 

2. ພະຍາດໂຄວິດ-19ສືບຕໍ່ແຜ່ລະບາດ,ການແບ່ງປັນວັກຊິນທີ່ບໍ່ຍຸຕິທຳແລະການ ຫັນບັນຫາຊອກຫາແຫຼ່ງກຳເນີດຂອງເຊື້ອພະຍາດເປັນບັນຫາການເມືອງໄດ້ເປັນ ໄພຂົ່ມຂູ່ຕໍ່ຂະບວນການຕ້ານກັບເຊື້ອພະຍາດຂອງໂລກ.

 

3. ຈີນ-ຣັດເຊຍປະກາດຕໍ່ອາຍຸຂອງສົນທິສັນຍາວ່າດ້ວຍມິດຕະພາບແລະການ ຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງຈີນ-ຣັດເຊຍ,ສາຍພົວພັນຂອງສອງປະເທດໄດ້ກາຍເປັນແບບຢ່າງແຫ່ງສາຍພົວພັນລະຫວ່າງປະເທດໃຫຍ່ໃນໂລກ 

ໃນສະຕະວັດທີ 21.

4. ທະຫານອາເມຣິກາຖອນອອກຈາກອັຟການິສະຖານຢ່າງຟ້າວຟັ່ງ,ອັຟການິ ສະຖານມີທັງໂອກາດການພັດທະນາແລະສິ່ງທ້າທາຍໃນອະນາຄົດ.

 

5. ອັດຕາເງິນເຟີ້ຢູ່ອາເມຣິກາແລະເອີຣົບສືບຕໍ່ສູງຂຶ້ນ,ການຄ້າກັບຕ່າງປະເທດ ຂອງຈີນໄດ້ເພີ່ມຂຶ້ນເປັນ 18 ເດືອນຕິດຕໍ່ກັນເຊິ່ງໄດ້ຊ່ວຍຊຸກຍູ້ການຟື້ນຟູເສດ ຖະກິດຂອງໂລກ.

 

6. ຣັດເຊຍໄດ້ຂີດເສັ້ນແດງໃຫ້ແກ່ປະເທດຕາເວັນຕົກໂດຍຮຽກຮ້ອງໃຫ້ອາເມຣິ ກາແລະກຸ່ມນາໂຕຮັບປະກັນດ້ານຄວາມໝັ້ນຄົງແລະດ້ານກົດ ໝາຍ.

 

7. ການຈະລາຈົນຢູ່ລັດຖະສະພາອາເມຣິກາເຮັດໃຫ້ 5 ຄົນເສຍຊີວິດ,ເປັນ 100 ຄົນບາດເຈັບ,ເຮັດໃຫ້ພາບພົດປະຊາທິປະໄຕແບບອາເມຣິກາພັງທະລາຍລົງ.

 

8. ສັນຍາກ່ຽວກັບການສ້າງເຮືອດຳນ້ຳພະລັງງານນີວເຄລຍລະຫວ່າງອາເມຣິກາ ອັງກິດແລະອົສຕຣາລີໄດ້ກະທົບລະບົບບໍ່ແຜ່ຂະຫຍາຍອາວຸດນີວເຄລຍຂອງໂລກຢ່າງຮ້າຍແຮງ,ຍີ່ປຸ່ນຕົກລົງປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ,ພາໃຫ້ ທົ່ວໂລກຄັດຄ້ານ.

 

9. ກອງປະຊຸມປະເທດພາຄີໃນສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສະຫະປະຊາຊາດຄັ້ງທີ15ຫຼືCOP15ແລະກອງປະຊຸມປະເທດພາຄີີໃນຂອບສັນຍາວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດຄັ້ງທີ26ຫຼືCOP26ໄດ້ໄຂຂຶ້ນຕາມລຳດັບ,ການເພີ່ມທະວີການອະນຸລັກຊີວະນານາພັນແລະຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ຄ່ອຍໆກາຍເປັນຄວາມ ເຫັນຮ່ວມກັນຂອງໂລກ.

 

10.ຄຳຂວັນໂອລິມປິກໄດ້ຕື່ມຄຳທີ່ວ່າ“ສາມັກຄີກວ່າເກົ່າ”ເພື່ອປຸກລະດົມໃຫ້ ມວນມະນຸດຮ່ວມມືກັນກ້າວເດີນໄປໜ້າ,ສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ໄດ້ຜ່ານຮັບຮອງມະຕິກ່ຽວກັບການຢຸດຍິງໃນລະຫວ່າງຈັດງານ ໂອລິມປິກເພື່ອສະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງ.

ຄຳ​ເຫັນ

0