ທ່ານສີຈິ້ນຜິງໃຫ້ຊີ້ນຳຕໍ່ເຫດການຍົນຕົກຂອງບໍລິສັດ CHINA EASTERN ໂດຍສັ່ງໃຫ້ຄົ້ນຫາແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈົນສຸດຄວາມສາມາດ ທັງແກ້ໄຂວຽກງານຕາມພາຍຫຼັງ

2022-03-21 21:45:36 cri

ເວລາ 14 ໂມງ 38 ນາທີຂອງວັນທີ 21 ມີນານີ້, ຖ້ຽວບິນ MU5735 ຂອງບໍລິສັດ CHINA EASTERN ໄດ້ຂາດການຕິດຕໍ່ກັບພາກພື້ນດິນຢູ່ເທິງອາກາດຂອງນະຄອນອູໂຈ່ວເຂດກວາງຊີຈີນ ແລະ ຕົກລົງເຂດພູດອຍ ໃນເວລາປະຕິບັດໜ້າທີ່ການບິນຈາກຄຸນມິງ-ກວາງໂຈ່ວ, ຂ່າວລາຍງານວ່າ, ຢູ່ເທິງຍົນມີຜູ້ໂດຍສານ 123 ຄົນ ແລະ ຈຸບິນ 9 ຄົນ.


ພາຍຫຼັງເກີດເຫດຍົນຕົກແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນໍາໃນທັນທີ ໂດຍສັ່ງໃຫ້ປະຕິບັດກົນໄກຮັບມືສຸກເສີນໃນທັນທີ, ອອກແຮງສຸດຂີດເພື່ອຄົ້ນຫາ ແລະຊ່ວຍເຫຼືອຜູ້ປະສົບເຄາະ ຮ້າຍ ແລະ ແກ້ໄຂວຽກງານຕາມພາຍຫຼັງໃຫ້ເໝາະສົມ ພ້ອມທັງຄົ້ນຄວ້າຫາສາຍເຫດຂອງເຫດການຍົນຕົກເທື່ອນີ້ໂດຍໄວ, ເພີ່ມທະວີການກວດກາໄພອັນຕະລາຍ ທີ່ແຝງຊ້ອນໃນຂົງເຂດການບິນພົນລະເຮືອນ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນຢ່າງເດັດຂາດ.


ອີງຕາມຄຳຊີ້ນໍາຂອງທ່ານສີຈິ້ນຜິງ, ອົງການການບິນພົນລະເຮືອນ ແລະ ກະຊວງບໍລິຫານຈັດການວຽກງານສຸກເສີນຂອງຈີນໄດ້ສົ່ງໜ່ວຍງານໄປຊີ້ນຳແລະເຮັດວຽກຢູ່ກັບທີ່ ພ້ອມທັງຈັດສົ່ງກຳລັງຊ່ວຍເຫຼືອຢູ່ເຂດກວາງຊີ ແລະ ແຂວງກວາງຕຸ້ງໄປເຂົ້າຮ່ວມການຊ່ວຍເຫຼືອກັບທີ່. ປັດຈຸບັນ, ການກູ້ໄພຢູ່ສະຖານທີ່ເກີດເຫດ, ການແກ້ໄຂວຽກງານກ່ຽວກັບເຫດການຍົນຕົກ ແລະ ການຄົ້ນຄວ້າຫາສາຍເຫດພວມດຳເນີນຢູ່.