ຈີນປະກາດລາຍຊື່ນັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ງວດທຳອິດຢ່າງເປັນທາງການ

2022-03-22 14:57:19 cri

ວັນທີ 21 ມີນານີ້, ຈີນໄດ້ປະກາດລາຍຊື່ນັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ງວດທຳອິດຢ່າງເປັນທາງການ. ລາຍຊື່ທີ່ປະກາດໃນຄັ້ງນີ້ລວມທັງວິສາຫະກິດ 182 ແຫ່ງແລະຄະນະວາງສະແດງຂອງ 8 ປະເທດແລະເຂດແຄ້ວນ, ວິສາຫະກິດແລະຄະນະວາງສະແດງເຫຼົ່ານີ້ລ້ວນແຕ່ແມ່ນວິສາຫະກິດທີ່ຈອງເນື້ອທີ່ວາງສະແດງໃຫຍ່ສົມຄວນແລະໄດ້ເຊັນຂໍ້ຜູກພັນໃນທ້າຍເດືອນມັງກອນປີນີ້, ໃນນັ້ນ, ປະມານເຄິ່ງໜຶ່ງແມ່ນ “ເພື່ອນເກົ່າ” ທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນປີທີ 5 ຢ່າງລຽນຕິດ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະຈັດຂຶ້ນນັບແຕ່ວັນທີ 5 ຫາວັນທີ 10 ພະຈິກປີນີ້, ຈະສືບຕໍ່ຕັ້ງ 6 ເຂດວາງສະແດງໃຫຍ່ຄື: ອາຫານແລະຜະລິດຕະພັນກະສິກຳ, ລົດຍົນ, ເຄື່ອງອຸປະກອນເຕັກນິກ, ເຄື່ອງອຸປະໂພກບໍລິໂພກ, ອຸປະກອນການແພດຢາປິ່ນປົວພະຍາດແລະການເສີມສຸຂະພາບ, ການຄ້າການບໍລິການ. ພ້ອມກັນນັ້ນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ຈະຍຶດໝັ້ນ “ຈັດງານວາງສະແດງແບບສັງລວມແລະແບບມືຊີບ”. ວິສາຫະກິດຕ່າງໆໄດ້ສະເໜີຊື່ເຂົ້າຮ່ວມງານວາງສະແດງຢ່າງໜ້າຕັ້ງ, ປັດຈຸບັນ, ການຮັບເອົາວິສາຫະກິດເຂົ້າຮ່ວມງານວາງສະແດງໄດ້ມີຄວາມຄືບໜ້າໄວກວ່າໄລຍະດຽວກັນຂອງຄັ້ງຜ່ານມາ.