“ຮູບແບບການປະນິປະນອມ” ໃນການເຈລະຈາອູແກຣນ-ຣັດເຊຍຈະຂຶ້ນກັບການຢັ່ງປະຊາມະຕິທົ່ວປວງຊົນອູແກຣນ

2022-03-22 16:43:18 CRI

ວັນທີ 21 ມີນານີ້, ທ່ານໂວໂລດີເມຍ ເຊເລນສກີ ປະທານາທິບໍດີອູແກຣນກ່າວວ່າ: “ຮູບແບບການປະນິປະນອມ” ໃນການເຈລະຈາອູແກຣນ-ຣັດເຊຍຈະຂຶ້ນກັບການຢັ່ງປະຊາມະຕິທົ່ວປວງຊົນອູແກຣນ.


ຂ່າວສານແຫ່ງຊາດອູແກຣນລາຍງານໃຫ້ຮູ້ໃນວັນທີ 21 ມີນານີ້ວ່າ: ມື້ດຽວກັນ, ທ່ານໂວໂລດີເມຍ ເຊເລນສກີໄດ້ໃຫ້ສຳພາດຕໍ່ນັກຂ່າວອູແກຣນ, ອັງກິດ ແລະ ສ.ເຊັກວ່າ, ອູແກຣນບໍ່ສາມາດເຂົ້າເປັນສະມາຊິກນາໂຕ, ສະນັ້ນ, ອູແກຣນຕ້ອງຮັກສາຄວາມໃຈເຢັນ ແລະ ສະແຫວງຫາການຮັບປະກັນດ້ານຄວາມໝັ້ນຄົງອື່ນໆ, ສ່ວນການຮັບປະກັນດ້ານຄວາມໝັ້ນຄົງອາດຈະພົວພັນເຖິງການດັດແກ້ລັດຖະທຳມະນູນ ແລະ ກົດໝາຍທີ່ມີຢູ່ໃນປັດຈຸບັນຂອງອູແກຣນ.


ທ່ານໂວໂລດີເມຍ ເຊເລນສກີກ່າວຕື່ມວ່າ, ການປ່ຽນແປງເຫຼົ່ານີ້ອາດຈະເປັນການປ່ຽນແປງຄັ້ງປະຫວັດສາດ ແລະ ຈະຂຶ້ນກັບການຢັ່ງປະຊາມະຕິທົ່ວປວງຊົນຂອງອູແກຣນ. ປະຊາຊົນອູແກຣນຕ້ອງປະກອບຄຳເຫັນແລະທຳການເລືອກເຟັ້ນຕໍ່ “ຮູບແບບການປະນິປະນອມ” ບາງຢ່າງ.