ການລົງໂທດຣັດເຊຍຂອງປະເທດຕາເວັນຕົກໄດ້ສ້າງຜົນກະທົບຕໍ່ປະຊາຊົນທັງສອງຝ່າຍ

2022-03-23 11:00:29 CRI

ນັບແຕ່ຣັດເຊຍໄດ້ດຳເນີນການເຄື່ອນໄຫວທາງການທະຫານພິເສດຕໍ່ອູແກຣນເປັນຕົ້ນມາ, ອາເມຣິກາແລະຫຼາຍປະເທດຕາເວັນຕົກໄດ້ລົງໂທດຣັດເຊຍຫຼາຍເທື່ອແລະຫຼາຍດ້ານ.

ນັກວິເຄາະເຫັນວ່າ: ເຖິງວ່າລັດຖະບານຣັດເຊຍໄດ້ນຳໃຊ້ມາດຕະການຫຼາຍຢ່າງ ເພື່ອຮັບມືກັບຜົນກະທົບຈາກການລົງໂທດກໍຕາມ, ແຕ່ພາຍຫຼັງການລົງໂທດ, ຊີວິດການເປັນຢູ່ຂອງປະຊາຊົນຣັດເຊຍກໍຖືກກະທົບກະເທືອນໂດຍບໍ່ຕ້ອງສົງໄສ.

ນັກວິເຄາະຊີ້ອອກຕື່ມອີກວ່າ: ການເກືອດຫ້າມການຊື້ນ້ຳມັນເຊື້ອໄຟຂອງຣັດເຊຍຈະເພີ່ມຄວາມກົດດັນດ້ານເງິນເຟີ້ໃຫ້ແກ່ອາເມຣິກາບໍ່ໜ້ອຍ. ອາເມຣິກາແລະປະເທດຕາເວັນຕົກອື່ນໆລົງໂທດຣັດເຊຍ ໄດ້ເຮັດໃຫ້ລາຄາພະລັງງານແລະອາຫານຂອງຫຼາຍປະເທດຖີບຕົວສູງຂຶ້ນ, ປະຊາຊົນມີຄວາມບໍ່ພໍໃຈນັບມື້ນັບຮຸນແຮງຂຶ້ນ. “ໜັງສືພິມການເມືອງ” ຂອງອາເມຣິກາສະບັບເອີຣົບສະບັບວັນທີ 19 ມີນານີ້ໄດ້ພິມບົດວິເຄາະໂດຍລະບຸວ່າ: ຄວາມທຸກທໍລະມານຂອງຊາວເອີຣົບທີ່ເກີດຂຶ້ນຈາກການລົງໂທດຣັດເຊຍໄດ້ເພີ່ມຂຶ້ນຮອດລະດັບສູງສຸດແລ້ວ. ໃນປັດຈຸບັນນີ້, ຜູ້ນຳບັນດາປະເທດສະຫະພາບເອີຣົບ “ຍິ່ງສົນໃຈນຳການປົກປ້ອງເສດຖະກິດຂອງປະເທດຕົນ ຫາກບໍ່ແມ່ນເປັນປໍລະປັກກັບທ່ານວະລາດິເມຍ ປູຕິນ”, ປະເທດເຫຼົ່ານີ້ພວມວາງມາດຕະການຈຳກັດລາຄາ ແລະ ມາດຕະການອຸດໜູນ ເພື່ອຮັບມືກັບຜົນກະທົບຈາກກໍລະນີທີ່ລາຄາພະລັງງານຖີບຕົວສູງຂຶ້ນ.