ການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນຂອງຣັດເຊຍພວມດຳເນີນໄປຕາມແຜນການ

2022-03-23 10:58:15 CRI

ວັນທີ 22 ມີນານີ້, ທ່ານດິມີຕຣີ ເປສຄົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ, ການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນຂອງຣັດເຊຍພວມດຳເນີນໄປຕາມໜ້າທີ່ແລະແຜນການທີ່ກຳນົດໄວ້. ວັນທີ 22 ມີນານີ້, ຣັດເຊຍແລະອູແກຣນສືບຕໍ່ເປີດຊ່ອງທາງມະນຸດສະທຳຫຼາຍສາຍເພື່ອແຍກຍ້າຍປະຊາຊົນ.

ຂ່າວສານຕາສຂອງຣັດເຊຍລາຍງານວ່າ: ວັນທີ 22 ມີນານີ້, ທ່ານດິມິຕຣີ ເປສຄົຟ ໃຫ້ສຳພາດຕໍ່ CNN ອາເມຣິກາວ່າ, ຈາກການເລີ່ມຕົ້ນ, ກໍບໍ່ມີໃຜເຫັນວ່າ, ການເຄື່ອນໄຫວທາງການທະຫານພິເສດຈະຕ້ອງການພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ, “ນີ້ເປັນການເຄື່ອນໄຫວທີ່ເຄັ່ງຂຶມຄັ້ງໜຶ່ງ ແລະ ມີເປົ້າໝາຍທີ່ເຄັ່ງຂຶມ”, ແຕ່ການຍຶດຄອງອູແກຣນບໍ່ແມ່ນເປົ້າໝາຍຂອງການເຄື່ອນໄຫວທາງການທະຫານຄັ້ງນີ້.

ນອກນີ້, ເວັບໄຊວັງແກລມແລັງແຈ້ງຂ່າວວ່າ: ວັນທີ 22 ມີນານີ້, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ໂທລະສັບລົມກັບທ່ານເອັມ ມານູແອນ ມະຄຣົງ ປະທານາທິບໍດີຝຣັ່ງຕາມການເຊື້ອເຊີນ ໂດຍໄດ້ສືບຕໍ່ປຶກສາຫາລືສະຖານະການອູແກຣນ ແລະ ແລກປ່ຽນຄວາມເຫັນກ່ຽວກັບການເຈລະຈາລະຫວ່າງຣັດເຊຍແລະອູແກຣນ ທີ່ພວມດຳເນີນຢູ່.