ຍ້ອນວ່າຜົນກວດນິວຄະເລອິກຊອກຫາເຊື້ອພະຍາດໂຄວິດ-19 ຂອງນັກກິລາຈຳນວນໜຶ່ງເປັນຜົນບວກ, ທີມຊາດຈີນຈະຖອນອອກຈາກການແຂ່ງຂັນ ຢູເນັສເປີດກວ້າງ

2022-03-23 14:41:30 cri

ສະມາຄົມດອກປີກໄກ່ສາກົນຢືນຢັນໃນວັນທີ 22 ມີນານີ້ວ່າ: ນັກກິລາດອກປີກໄກ່ຫຼາຍຄົນໄດ້ຖອນອອກຈາກການແຂ່ງຂັນຢູເນັສເປີດກວ້າງ 2022 ທີ່ຈະຈັດຂຶ້ນຢູ່ສະວິສຍ້ອນຕິດເຊື້ອພະຍາດໂຄວິດ-19.

ຜົນກວດນິວຄະເລອິກຊອກຫາເຊື້ອພະຍາດໂຄວິດ-19 ຂອງນັກກິລາດອກປີກໄກ່ຫຼາຍຄົນທີ່ມາຈາກສະມາຄົມດອກປີກໄກ່ຫຼາຍແຫ່ງເປັນບວກກ່ອນເດີນທາງແລະໄປຮອດສະວິສ, ສະນັ້ນຈຶ່ງຈຳເປັນຕ້ອງຖອນອອກຈາກການແຂ່ງຂັນຄັ້ງນີ້. ສະມາຄົມດອກປີກໄກ່ຈີນກໍໄດ້ແຈ້ງຜົນການກວດກາເປັນບວກຈຳນວນໜຶ່ງ, ແລະອາການບາດເຈັບຂອງນັກກິລາ. ໂດຍພິຈາລະນາເຖິງບັນຫາສຸຂະພາບຂອງນັກກິລາ, ສະນັ້ນ, ນັກກິລາດອກປີກໄກ່ທີມຊາດຈີນຈຶ່ງຕົກລົງຖອນອອກຈາກການແຂ່ງຂັນຢູເນັສເປີດກວ້າງ 2022 ທີ່ຈັດຂຶ້ນຢູ່ສະວິສທັງໝົດ.