ການປະກາດຮັບສະໝັກພະນັກງານຮັກສາທາງລົດໄຟລາວ-ຈີນສັນຊາດລາວໄດ້ເຂົ້າສູ່ໄລຍະສຳພາດ

2022-03-23 11:01:20 CRI

ວັນທີ 21 ມີນານີ້, ພະນັກງານບໍລິສັດທາງລົດໄຟລາວ-ຈີນໄດ້ສຳເລັດການຄັດເລືອກຊີວະປະຫວັດຂອງຜູ້ຮັບສະໝັກ 800 ກວ່າຄົນ, ລວມມີ 413 ຄົນໄດ້ເຂົ້າສູ່ຂັ້ນຕອນສຳພາດ ເຊິ່ງໝາຍຄວາມວ່າ, ການປະກາດຮັບສະໝັກພະນັກງານຮັກສາທາງລົດໄຟລາວ-ຈີນສັນຊາດລາວໄດ້ເຂົ້າສູ່ໄລຍະສຳພາດແລ້ວ.

ໂດຍໄດ້ພິຈາລະນາເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການສຳພາດຄັ້ງນີ້ຈະຈັດຂຶ້ນໂດຍຜ່ານຮູບແບບວິດີໂອ ແລະ ດຳເນີນໄປຕາມ WhatsApp, ຈະດຳເນີນເປັນເວລາ 3 ວັນ ຄືແຕ່ວັນທີ 22 ຫາວັນທີ 24 ມີນານີ້, ຕອນເຊົ້າເລີ່ມແຕ່ 8:30 ຫາ 11:30 ແລະ ຕອນບ່າຍເລີ່ມແຕ່ 13:30 ຫາ 17:00. ຜູ້ຕອບການສຳພາດທີ່ໄດ້ຄະແນນນັບແຕ່ອັນດັບທີ 1 ຫາອັນດັບທີ 200 ຈະໄດ້ຮັບຈ້າງເປັນພະນັກງານຮັກສາທາງລົດໄຟ ແລະ ຈະໄດ້ຮັບການຝຶກອົບຮົມກ່ອນເຂົ້າເຮັດວຽກໃນໄລຍະຕໍ່ໄປ.