ໄດ້ຄົ້ນພົບກັບດຳໜ່ວຍໜຶ່ງໃນເຮືອບິນລຳເກີດເຫດ

2022-03-24 10:44:07 CRI

ວັນທີ 23 ມີນານີ້, ນະຄອນອູໂຈ່ວເຂດກວາງຊີຈີນໄດ້ມີຝົນຕົກ, ເຮັດໃຫ້ວຽກງານກູ້ໄພຢູ່ຕາມສະຖານທີ່ເກີດເຫດເຮືອບິນຕົກພົບຄວາມຫຍຸ້ງຍາກຫຼາຍຂຶ້ນ, ແຕ່ຍັງມີພະນັກງານກູ້ໄພຫຼາຍຄົນມຸ່ງໜ້າໄປສູ່ສະຖານທີ່ເກີດເຫດ ພ້ອມທັງໄດ້ເລີ່ມວຽກງານຂ້າເຊື້ອຢູ່ກັບທີ່.

ນັບມາຮອດປັດຈຸບັນ, ໄດ້ຄົ້ນພົບກັບບັນທຶກສຽງ ຫຼື ກັບດຳໜ່ວຍໜຶ່ງຢູ່ໃນເຮືອບິນ, ສ່ວນວຽກງານກູ້ໄພໃນເຂດໃຈກາງພວມດຳເນີນຢູ່ ໂດຍໄດ້ກາງຕູບຜ້າເຕັ້ນເພື່ອເກັບໂຮມຊາກຂອງເຮືອບິນ ແລະ ພວມພະຍາຍາມສຸດຂີດເພື່ອຄົ້ນຫາກັບດຳໜ່ວຍທີ 2 . ປັດຈຸບັນ, ພະນັກງານກູ້ໄພໄດ້ຂະຫຍາຍຂອບເຂດຄົ້ນຫາກັບດຳໜ່ວຍທີ 2. ນັກຂ່າວ CMG ໄດ້ສັງເກດຫັນວ່າ: ຊາວບ້ານຢູ່ທ້ອງຖິ່ນນັ້ນໄດ້ຂີ່ລົດຈັກຊ່ວຍຂົນສົ່ງວັດຖຸກູ້ໄພ. ປັດຈຸບັນນີ້, ວັດຖຸຊ່ວຍເຫຼືອຕ່າງໆໄດ້ຂົນສົ່ງໄປເຖິງສູນບັນຊາການສຸກເສີນກັບທີ່ຕາມລຳດັບ.