ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບໍ່ໄດ້ຜ່ານການຮັບຮອງຮ່າງມະຕິກ່ຽວກັບບັນຫາມະນຸດສະທຳຢູ່ອູແກຼນ

2022-03-24 14:58:05 cri

ວັນທີ 23 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດການປ່ອນບັດຕໍ່ຮ່າງມະຕິກກ່ຽວກັບບັນຫາມະນຸດສະທຳຢູ່ອູແກຼນທີ່ສະເໜີໂດຍຣັດເຊຍ. ແຕ່ຮ່າງມະຕິດັ່ງກ່າວບໍ່ໄດ້ຜ່ານການຮັບຮອງດ້ວຍບັດເຫັນດີ 2 ບັດແລະງົດອອກສຽງ 13 ບັດ. ຈີນແລະຣັດເຊຍໄດ້ປ່ອນບັດເຫັນດີ.

ໃນເວລາປະກອບຄຳເຫັນທີ່ມີລັກສະນະອະທິບາຍຫຼັງຈາກຈັດການປ່ອນບັດດັ່ງກ່າວ, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນໄດ້ສະເໜີຂໍ້ລິເລີ່ມ 6 ຂໍ້ກ່ຽວກັບສະຖານະການທາງມະນຸດສະທຳຢູ່ອູແກຼນ, ແລະໄດ້ມອບເຄື່ອງອຸປະກອນຊ່ວຍເຫຼືອມະນຸດສະທຳຫຼາຍງວດໃຫ້ແກ່ສະພາກາແດງອູແກຼນ. ຈີນໄດ້ທຳຄວາມພະຍາຍາມຢ່າງຕັ້ງໜ້າເພື່ອຮັບມືກັບວິກິດການດ້ານມະນຸດສະທຳທີ່ເກີດຂຶ້ນໃນປັດຈຸບັນ. ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບໍ່ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງໃນທີ່ສຸດເຊິ່ງເປັນເລື່ອງທີ່ໜ້າເສຍດາຍ.

ທ່ານຈ່າງຈຸ່ນ ກ່າວຕື່ມວ່າ: ປະຊາຄົມໂລກຄວນສ້າງຊ່ອງທາງໃຫ້ແກ່ສັນຕິພາບ, ແລະສ້າງໂອກາດໃຫ້ແກ່ການແກ້ໄຂບັນຫາອູແກຼນທາງການເມືອງ. ວຽກທີ່ຮີບດ່ວນທີ່ສຸດໃນປັດຈຸບັນນີ້ແມ່ນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນໃຫ້ຫຼາຍທີ່ສຸດ, ຫຼີກເວັ້ນບໍ່ໃຫ້ປະຊາຊົນທຳມະດາເສຍຊີວິດແລະບາດເຈັບ, ປ້ອງກັນບໍ່ໃຫ້ເກີດວິກິດການດ້ານມະນຸດສະທຳທີ່ໃຫຍ່ກວ່າເກົ່າ. ຈີນຈະສືບຕໍ່ສຸມກຳລັງເພື່ອຊຸກຍູ້ການເຈລະຈາສັນຕິພາບ, ແລະທຳຄວາມພະຍາຍາມຢ່າງສຸດຂີດເພື່ອສັນຕິພາບ.