ລັດຖະມົນຕີການຕ່າງປະເທດອີຣານກ່າວວ່າ: ການເຈລະຈາກ່ຽວກັບບັນຫານິວ ເຄລຍຂອງອີຣານໃກ້ຈະບັນລຸສັນຍາສະບັບສຸດທ້າຍແລ້ວ

2022-03-24 16:09:50 cri


ວັນທີ 23 ມີນານີ້, ທ່ານໂຮເຊນ ອາເມີ-ອັບໂດລາຮິອັນ, ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວຢູ່ທີ່ນຄອນຫຼວງດາມັຂອງຊີຣີວ່າ: ການເຈລະຈາລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາຮອບດ້ານວ່າດ້ວຍບັນຫານິວເຄລຍຂອງອີຣານໃກ້ຈະບັນລຸສັນຍາສະບັບສຸດທ້າຍແລ້ວ.

ວັນທີ 23 ມີນານີ້, ທ່ານ ອັບໂດລາຮິອັນ ໄດ້ເດີນທາງຢ້ຽມຢາມຊີຣີ ແລະໄດ້ກ່າວໃນເວລາພົບປະກັບທ່ານຟາຍຊານ ມັກດາດ ລັດຖະມົນຕີກະຊວງການຕ່າງປະເທດຊີຣີວ່າ: ອີຣານເຫັນວ່າ ການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານໃກ້ຈະບັນລຸສັນຍາສຸດທ້າຍແລ້ວ. ຖ້າວ່າອາເມຣິກາມີທັດສະນະທີ່ສອດຄ່ອງກັບຄວາມເປັນຈິງຕໍ່ກັບເລື່ອງນີ້, “ພວກຂ້າພະເຈົ້ກຽຈະປະກາດສັນຍາສະບັບນີ້”.

ໃນເດືອນກໍກົດປີ 2015, ອີຣານກັບອາເມຣິກາ, ອັງກິດ, ຝຣັ່ງ, ຣັດເຊຍ, ຈີນ ແລະເຢຍລະມັນ ໄດ້ບັນລຸສັນຍາວ່າດ້ວຍບັນຫານິວເຄລຍຂອງອີຣານ. ໃນເດືອນພຶດສະພາປີ 2018, ລັດຖະບານອາເມຣິກາໄດ້ຖອນອອກຈາກສັນຍາດັ່ງກ່າວແຕ່ຝ່າຍດຽວ. ນັບແຕ່ເດືອນພຶດສະພາປີ 2019 ເປັນຕົ້ນມາ, ອີຣານໄດ້ຢຸດຕິການປະຕິບັດຂໍ້ກຳນົດຈຳນວນໜຶ່ງໃນສັນຍາສະບັບດັ່ງກ່າເທື່ອລະກ້າວ.