ທ່ານນາງເຜິງລີ້ຢວນກ່າວປາໄສໃນກອງປະຊຸມວ່າດ້ວຍວັນປ້ອງກັນແລະປິ່ນປົວວັນນະໂລກຂອງອົງການອະນາໄມໂລກ

2022-03-25 11:32:15 CRI

ວັນທີ 24 ມີນານີ້, ທ່ານນາງເຜິງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ທີ່ເປັນທູດປະຊາສຳພັນການປ້ອງກັນແລະປິ່ນປົວວັນນະໂລກ ແລະ ພະຍາດເອດ ຂອງອົງອະນາໄມໂລກ ໄດ້ກ່າວປາໄສໃນກອງປະຊຸມວ່າດ້ວຍວັນປ້ອງກັນ ແລະປິ່ນປົວວັນນະໂລກອົງການອະນາໄມໂລກປີ 2022 ຜ່ານທາງວີດີໂອຕາມຄຳເຊີນ.

ທ່ານນາງເຜິງລີ້ຢວນ ກ່າວວ່າ: ໃນຊຸມປີຜ່ານມາ, ດ້ວຍການຊຸກຍູ້ຢ່າງຕັ້ງໜ້າຈາກ ອົງການອະນາໄມໂລກ ແລະ ຄວາມພະຍາຍາມຮ່ວມຂອງປະຊາຄົມໂລກ, ການປ້ອງກັນ ແລະ ປິ່ນປົວວັນນະໂລກໃນທົ່ວໂລກໄດ້ຮັບໝາກຜົນອັນພົ້ນເດັ່ນ. ລັດຖະບານຈີນໄດ້ໃຫ້ ຄວາມສຳຄັນຢ່າງສູງຕໍ່ການປ້ອງກັນ ແລະປິ່ນປົວວັນນະໂລກ, ໂດຍໄດ້ໃຫ້ການກວດກາ ແລະຢາປິ່ນປົວແກ່ຜູ້ເປັນວັນນະໂລກໂດຍບໍ່ເສຍຄ່າ, ຜູ້ເປັນວັນນະໂລກມີຫຼາຍກວ່າ 90% ໄດ້ຮັບການປິ່ນປົວໃຫ້ຫາຍດີ. ນັບຕັ້ງແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ລັດຖະບານ ແລະ ວົງການຕ່າງໆໃນສັງຄົມຂອງຈີນໄດ້ດຳເນີນການເຄື່ອນ ໄຫວຢ່າງຕັ້ງໜ້າ, ເອົາໃຈໃສ່ຜູ້ເປັນວັນນະໂລກ ແລະ ຮັບປະກັນໃຫ້ເຂົາເຈົ້າສືບຕໍ່ໄດ້ຮັບ ການປິ່ນປົວເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານນາງເຜິງລີ້ຢວນ ຍັງກ່າວຕື່ມວ່າ: ເຖິງວ່າການປ້ອງກັນແລະປິ່ນປົວວັນນະໂລກ ໄດ້ຮັບໝາກຜົນໃນຫຼາຍດ້ານກໍຕາມ, ແຕ່ວ່າວັນນະໂລກກໍຍັງເປັນບັນຫາສາທາລະນະສຸກ ທີ່ມີລັກສະນະທົ່ວໂລກທີ່ທຳລາຍສຸຂະພາບຂອງທົ່ວປວງຊົນຢ່າງໜັກໜ່ວງ. ຂ້າພະເຈົ້າຈະ ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອຊຸກຍູ້ການແກ້ໄຂບັນຫາດັ່ງກ່າວ. ຂ້າພະເຈົ້າຫວັງວ່າ ປະເທດຕ່າງໆຈະຖອດຖອນບົດຮຽນເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງມີປະສິດທິຜົນ ໃນການປ້ອງກັນແລະປິ່ນປົວວັນນະໂລກ.