WHO ແຈ້ງໃຫ້ຮູ້ວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດ ເຖິງ 474.659.674 ກໍລະນີ

2022-03-25 16:02:34 cri


ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 21 ມີນານີ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ມີທັງໝົດ 474.659.674 ກໍລະນີ.

ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ຕາມເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 0 ໂມງ 58 ນາທີຂອງວັນທີ 25 ມີນານີ້ຕາມເວລາວຽງຈັນ, ຈຳນວນຜູ້ຖືກ ບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ໃນທົ່ວໂລກມີເຖິງ 1.690.016 ກໍລະນີ, ລວມທັງໝົດແມ່ນ 474.659.674 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຍ້ອນ ຕິດເຊື້ອພະຍາດ ດັ່ງກ່າວ 4.718 ຄົນ, ລວມທັງໝົດແມ່ນ 6.103.355 ຄົນ.