ກະຊວງປ້ອງກັນປະເທດຣັດເຊຍໄດ້ພົບເຫັນຫຼັກຖານໃໝ່ທີ່ອາເມຣິກາຄົ້ນຄວ້າ ແລະຜະລິດສ່ວນປະກອບຂອງອາວຸດຊີວະພາບຢູ່ອູແກຣນ

2022-03-25 12:44:13 cri


ວັນທີ 24 ມີນານີ້, ທ່ານອິກໍ ໂກນາເຊນໂກຟ ໂຄສົກກະຊວງປ້ອງກັນປະເທດຣັດເຊຍໄດ້ແຈ້ງໃຫ້ຮູ້ວ່າ: ຜູ້ຊ່ຽວຊານຣັດເຊຍໄດ້ພົເຫັນຫຼັກຖານໃໝ່ ທີ່ອາເມຣິກາໄດ້ເຂົ້າຮ່ວມການຄົ້ນຄວ້າ ແລະຜະລິດສ່ວນປະກອບຂອງອາວຸດຊີວະພາບຢູ່ອູແກຣນໂດຍກົງ.

ທ່ານ ອິກໍ ໂກນາເຊນໂກຟ ກ່າວວ່າ: ຣັດເຊຍຈະເປີດເຜີຍເອກະສານທີ່ກ່ຽວຂ້ອງໃນມໍ່ໆນີ້ ເພື່ອຢືນຢັນໂຄງການ “UP-2” ແມ່ໄດ້ຮັບການອະນຸຍາດຈາກກະຊວງປ້ອງກັນປະເທດອາເມຣິກາ. ເປົ້າໝາຍຕົ້ນຕໍຂອງໂຄງການດັ່ງກ່າວແມ່ນເພື່ອດຳເນີນການວິເຄາະໂມເລກູນຕໍ່ເຊື້ອກໍ່ໂລກທີ່ມີຄວາມອັນຕະລາຍສູງທີ່ມີເພາະຢູ່ໃນອູແກຣນ. ວຽກງານຂອງໂຄງການດັ່ງກ່າວລວມທັງການເກັບຕົວຢ່າງເຊື້ອກໍ່ໂລກຢູ່ບ່ອນຝັງສັດລ້ຽງທີ່ຕາຍ ເພື່ອໄດ້ຮັບເຊື້ອເຕົ້າໂຮມເລືອດແບບໃໝ່.

ທ່ານ ອິກໍ ໂກນາເຊນໂກຟ ຍັງກ່າວຕື່ມວ່າ: ຫ້ອງທົດລອງຊີວະພາບຂອງອາເມຣິກາຢູ່ອູແກຣນ ບໍ່ພຽງແຕ່ດຳເນີນການຄົ້ນຄວ້າເຊື້ອກໍ່ໂລກທີ່ອັນຕະລາຍເທົ່ານັ້ນ. ເອກະສານດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ບໍລິສັດຜະລິດຢາແຫ່ງໜຶ່ງທີ່ຮັບຈ້າງໂດຍກະຊວງປ້ອງກັນປະເທດອາເມຣິການັ້ນ ໄດ້ຮ່ວມມືກັບກະຊວງປ້ອງກັນປະເທດອູແກຣນ ໂດຍໄດ້ດຳເນີນການທົດລອງຢາປິ່ນປົວທີ່ຍັງບໍ່ທັນລົງທະຽນນັ້ນ ຢູ່ໃນຮ່າງກາຍຂອງທະຫານອູແກຣນ.