ຈີນຫວັງໃຫ້ອາເມຣິກາຍົກເລີກການຂຶ້ນພາສີຕໍ່ສິນຄ້າຈີນທັງໝົດໂດຍໄວ

2022-03-25 15:09:35 CRI

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 24 ເມສານີ້, ມີນັກຂ່າວຖາມວ່າ: ໃນວັນທີ 23 ມີນານີ້, ລັດຖະບານໂຈ ໄບເດັນຂອງອາເມຣິກາແຈ້ງໃຫ້ຮູ້ວ່າ: ຈະແກ່ຍາວເວລາຍົກເວັ້ນພາສີຕໍ່ສິນຄ້າ 352 ຊະນິດທີ່ນຳເຂົ້າຈາກຈີນ, ຂໍຖາມວ່າ: ກະຊວງການຄ້າຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານຊູ້ຢຸ້ຍຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນໄດ້ເອົາໃຈໃສ່ວ່າ, ວັນທີ 23 ມີນານີ້, ຫ້ອງການຜູ້ຕາງໜ້າການຄ້າອາເມຣິກາໄດ້ປະກາດຈະຟື້ນຟູການຍົກເວັ້ນພາສີເພີ່ມຕື່ມຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ 352 ຊະນິດ ເຊິ່ງຈະມີຜົນດີຕໍ່ການຄ້າປົກກະຕິຂອງຜະລິດຕະພັນທີ່ກ່ຽວຂ້ອງ. ຈີນເຫັນມາໂດຍຕະຫຼອດວ່າ: ມາດຕະການຂຶ້ນພາສີແຕ່ຝ່າຍດຽວຂອງອາເມຣິກາບໍ່ມີຜົນດີຕໍ່ຈີນ, ບໍ່ມີຜົນດີຕໍ່ອາເມຣິກາ ແລະ ກໍບໍ່ມີຜົນດີຕໍ່ໂລກ. ພາຍໃຕ້ສະພາບການທີ່ອັດຕາເງິນເຟີ້ຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ ແລະ ການຟື້ນຄືນຂອງເສດຖະກິດໂລກປະເຊີນກັບສິ່ງທ້າທາຍຕ່າງໆນາໆ. ຈີນຫວັງໃຫ້ອາເມຣິກາຈົ່ງພິຈາລະນາເຖິງຜົນປະໂຫຍດພື້ນຖານຂອງຜູ້ບໍລິໂພກແລະຜູ້ຜະລິດສິນຄ້າຂອງສອງປະເທດຈີນແລະອາເມຣິກາ, ຍົກເລີກການຂຶ້ນພາສີຕໍ່ສິນຄ້າຈີນທັງໝົດໂດຍໄວ ເພື່ອຊຸກຍູ້ການພົວພັນເສດຖະກິດການຄ້າລະຫວ່າງສອງປະເທດໃຫ້ກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.