ກອງປະຊຸມສຸດຍອດສະຫະພາບເອີຣົບເຫັນດີຮ່ວມກັນຈັດຊື້ອາຍແກັສທຳມະຊາດ ແລະພະລັງງານອື່ນໆ

2022-03-26 17:09:35 CRI

ວັນທີ 25 ມີນານີ້, ໃນກອງປະຊຸມສຸດຍອດລະດູໃບໄມ້ປົ່ງ, ຜູ້ນຳສະຫະພາບເອີຣົບຕົກລົງວ່າ, ຈະຮ່ວມກັນຈັດຊື້ພະລັງງານຕ່າງໆ ເຊິ່ງລວມທັງອາຍແກັສທຳມະຊາດກ່ອນລະດູໜາວປີໜ້າ, ແລະເລີ່ມແຕ່ປີນີ້ເປັນຕົ້ນໄປ, ຈະຫຼຸດປະລິມານຈັດຊື້ອາຍແກັສທຳມະຊາດຈາກຣັດເຊຍເທື່ອລະກ້າວ. ນອກນີ້, ເອີຣົບ ແລະ ອາເມຣິກາໄດ້ປະກາດວ່າຈະເພີ່ມການສົ່ງອອກອາຍແກັສທຳມະຊາດທາດແຫຼວຈາກອາເມຣິກາໄປສູ່ເອີຣົບ.


ປັດຈຸບັນ ຍັງບໍ່ແນ່ໃຈວ່າ, ການສະໜອງພະລັງງານຂອງອາເມຣິກາຈະສາມາດແກ້ໄຂການຂາດແຄນພະລັງງານໃນຕະຫຼາດສະຫະພາບເອີຣົບໄດ້ຫຼາຍເທົ່າໃດ. ແຕ່ວ່າ ສິ່ງທີ່ຈະແຈ້ງແລ້ວນັ້ນຄື: ສະຫະພາບເອີຣົບລົງໂທດຣັດເຊຍໃນຂົງເຂດພະລັງງານ, ອາເມຣິກາໄດ້ຮັບຜົນປະໂຫຍດຈາກເລື່ອງນີ້. ສຳລັບສະຫະພາບເອີຣົບທີ່ອາໄສພະລັງງານຈາກຣັດເຊຍຢ່າງໜັກໜ່ວງນັ້ນ, ມາດຕະການ ດ້ານພະລັງງານທຸກຢ່າງທີ່ໃຊ້ມາລົງໂທດຣັດເຊຍ, ລ້ວນແຕ່ຈະສ້າງສິ່ງທ້າທາຍທີ່ຂ້ຽວຂາດຕໍ່ກັບເສດຖະກິດຂອງຕົນ.