ບຣາຊິນກ່າວວ່າ: ການລົງໂທດຕໍ່ຣັດເຊຍເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ລະບົບການຄ້າສາກົນ

2022-03-26 16:44:27 CRI


ຕາມການລາຍງານຂ່າວຂອງສື່ມວນຊົນບຣາຊິນໃນວັນທີ 25 ມີນານີ້, ທ່ານກາໂລສ ຟຣານກາ ລັດຖະມົນຕີກະຊວງການຕ່າງປະເທດບຣາຊິນກ່າວວ່າ: ປະເທດຈຳນວນໜຶ່ງລົງໂທດຣັດເຊຍທາງເສດຖະກິດ ແມ່ນບໍ່ເໝາະສົມ, ມາດຕະການທີ່ກ່ຽວຂ້ອງເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ລະບົບການຄ້າສາກົນ.


ໜັງສືພິມວາໂລ ເອໂກໂນມິໂກຂອງບຣາຊິນລາຍງານວ່າ: ວັນທີ 24 ມີນານີ້, ທ່ານຟຣານກາ ໄດ້ເຂົ້າຮ່ວມກອງປະຊຸມຟັງຄຳໃຫ້ການຂອງສະພາສູງຂອງບຣາຊິນ ໂດຍໄດ້ຕິຕຽນວິທີແກ້ໄຂການປະທະກັນລະຫວ່າງຣັດເຊຍກັບອູແກຼນຂອງປະເທດຕາເວັນຕົກ. ທ່ານກ່າວວ່າ: ບຣາຊິນບໍ່ເຫັນດີນຳການລົງໂທດແຕ່ຝ່າຍດຽວແລະມີການຄັດເລືອກຕໍ່ຣັດເຊຍ, ມາດຕະການລົງໂທດເຫຼົ່ານີ້ໄດ້ຝ່າຝືນກົດໝາຍສາກົນ.