ອາເມຣິກາແລະນາໂຕບໍ່ມີສິດແລະຄຸນວຸດທິຖືໂຕເປັນຜູ້ພິພາກສາ

2022-03-26 16:56:29 cri


 ໃນກອງປະຊຸມຖະແຫຼງຂ່າວໃນວັນທີ25ມີນານີ້,ທ່ານວ່າງເວີນປິ່ນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ:ອາເມຣິກາແລະນາໂຕບໍ່ມີສິດແລະຄຸນວຸດທິຖືໂຕເປັນຜູ້ພິພາກສາກ່ອນສຳຫຼວດຄືນໂທດກຳຂອງຕົນທີ່ມີຕໍ່ປະຊາຊົນແຊກບີ ອີຣັກ ອັຟການີສະຖານແລະປະເທດອື່ນໆ.


ວັນທີ24ມີນາປີ2022ນີ້ແມ່ນວັນຄົບຮອບ23ປີທີ່ນາໂຕຖະຫຼົ່ມສະຫະພັນຢູໂກສະລາວີ,ທ່ານອາເລັກຊານດາ ວູຊິກ ປະທານາທິບໍດີແຊກບີໄດ້ກ່າວໃນເວລາ ໃຫ້ສຳພາດວ່າ:ພາຍຫຼັງ23ປີໃນມື້ນີ້ສາມາດເຫັນໄດ້ຢ່າງຈະແຈ້ງວ່າ:ການກະທຳຂອງ19ປະເທດສະມາຊິກນາໂຕແມ່ນເປັນຕາຢ້ານ ເຫຼວໄຫຼ ຜິດກົດໝາຍແລະ ອະທຳພຽງໃດ,ດຽວນີ້ພວກເຂົາຕິຕຽນຣັດເຊຍ“ເຂົ້າຮຸກຮານ”ອູແກຣນນັ້ນແມ່ນໂງ່ຈ້າແລະອັບປະຍົດພຽງໃດ,ສິນທຳແລະຄ່ານິຍົມທີ່ພວກເຂົາມັກເວົ້າຕິດປາກນັ້ນບໍ່ມີ ໃຫ້ເຫັນຈັກດີ້ເລີຍ.


ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນເວລາ ຕອບຄຳຖາມທີ່ກ່ຽວຂ້ອງວ່າ:ເລີ່ມແຕ່ວັນທີ24ມີນາປີ1999ເປັນຕົ້ນມາ,ກອງທະຫານນາໂຕທີິ່ມີອາເມຣິກາເປັນຫົວໂປ່ໄດ້ລະເມີດສົນທິສັນຍາສາກົນທີ່ກ່ຽວຂ້ອງ ແລະກົດພື້ນຖານແຫ່ງການພົວພັນສາກົນຢ່າງຮ້າຍແຮງ,ຫຼົບຫຼີກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງເປີດແປນ,ບັງອາດດຳເນີນການຖະຫຼົ່ມຢ່າງຕໍ່ ເນື່ອງເປັນເວລາ78ວັນຕໍ່ສະຫະພັນຢູໂກສະລາວີທີ່ເປັນປະເທດອະທິປະໄຕໂດຍ ໄດ້ຖະຫຼົ່ມຕັ້ງ12,000ເທື່ອ,ໄດ້ຖິ້ມລະເບີດ10,000ກວ່າໂຕນ,ໄດ້ຍິງລູກສອນ ໄຟນຳວິຖີ3,000ກວ່າໜ່ວຍ.ຈາກສິ່ງກໍ່ສ້າງດ້ານການແພດ ບູຮານສະຖານດ້ານ ວັດທະນະທຳຮອດເຮືອນປະຊາຊົນແລະໂຮງຮຽນ,ບໍ່ມີບ່ອນໃດຫຼົບຫຼີກໄດ້,ພາໃຫ້ປະຊາຊົນຜູ້ບໍ່ມີໂທດຫຍັງນັບເປັນພັນຄົນລວມທັງນັກຂ່າວຈີນ3ທ່ານເສຍຊີວິດ. ໃນການປະຕິບັດການຄັ້ງນັ້ນ,ນາໂຕຍັງໄດ້ນຳໃຊ້ລະເບີດຢູເລນຽມທີ່ສົນທິສັນຍາ ສາກົນຫວງຫ້າມເຊິ່ງໄດ້ສ້າງຜົນກະທົບທີ່ຮ້າຍແຮງເປັນເວລາຍາວນານຕໍ່ສິ່ງແວດລ້ອມແລະສຸຂະພາບຂອງປະຊາຊົນແຊກບີ.


ທ່ານວ່າງເວີນປິ່ນໄດ້ກ່າວເນັ້ນໜັກວ່າ:ຕໍ່ການຮຸກຮານແນວນີ້ຂອງນາໂຕ,ປະຊາຊົນແຊກບີຈະບໍ່ຫຼົງລືມ,ປະຊາຊົນຈີນຈະບໍ່ຫຼົງລືມ,ປະຊາຊົນໃນໂລກກໍ່ຈະບໍ່ຫຼົງລືມຄືກັນ.