ຈີນຕາງໜ້າປະເທດທີ່ມີຄວາມເຫັນທີ່ຄ້າຍຄືກັນຮຽກຮ້ອງໃຫ້ຄັດຄ້ານຂ່າວປອມໃນຂົງເຂດສິດທິມະນຸດ

2022-03-26 17:01:31 CRI

ວັນທີ 24 ມີນານີ້, ທ່ານຈຽງຕ່ວນ ອັກຄະລັດຖະທູດຖາວອນຂອງຄະນະຜູ້ແທນປະຈຳສຳໜັກງານອົງການ ສປຊ ທີ່ເຊີແນວ ແລະອົງການສາກົນອື່ນໆທີ່ປະເທດສະວິສ ໄດ້ຕາງໜ້າ 20 ກວ່າປະເທດທີ່ມີຄວາມເຫັນທີ່ຄ້າຍຄືກັນ ໂດຍໄດ້ກ່າວຄຳເຫັນຮ່ວມໃນກອງປະຊຸມຄັ້ງທີ 49 ຂອງສະພາສິດທິມະນຸດອົງການ ສປຊ ໂດຍໄດ້ສະແດງຄວາມເປັນຫ່ວງຕໍ່ປະເທດຈຳນວນໜຶ່ງທີ່ປັ້ນແຕ່ງແລະເຜີຍແຜ່ຂ່າວປອມ ແລະນຳໃຊ້ສິດທິມະນຸດເປັນຂໍ້ອ້າງ ເພື່ອໃສ່ຮ້າຍປ້າຍສີປະເທດອື່ນ ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆຮ່ວມກັນຄັດຄ້ານແລະສະກັດກັ້ນຂ່າວປອມທີ່ກ່ຽວຂ້ອງ.


ຄວາມເຫັນຮ່ວມດັ່ງກ່າວໄດ້ລະບຸວ່າ: ປະເທດຈຳນວນໜຶ່ງເພື່ອບັນລຸເປົ້າໝາຍທາງການເມືອງ, ໄດ້ປັ້ນແຕ່ງແລະເຜີຍແຜ່ຂ່າວປອມ, ນຳໃຊ້ສິດທິມະນຸດເປັນຂໍ້ອ້າງເພື່ອໃສ່ຮ້າຍປ້າຍສີປະເທດອື່ນ, ສ້າງຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ, ໃຊ້ມາດຕະການລົງໂທດແຕ່ຝ່າຍດຽວ ແລະຊຸກຍູ້ໃຫ້ສະພາສິດທິມະນຸດສ້າງກົນໄກຈຳແນກປະເທດ. ການກະທຳແບບນີ້ໄດ້ລະເມີດຈຸດປະສົງແລະຫຼັກການຂອງກົດບັດ ສປຊ, ໄດ້ຝ່າຝືນຫຼັກການເຮັດວຽກຂອງສະພາສິດທິມະນຸດທີ່ມີລັກສະນະທົ່ວໄປ, ຍຸຕິທຳ, ພາວະວິໄສ ແລະ ສົນທະນາແລະຮ່ວມມືກັນທີ່ມີລັກສະນະສ້າງສັນ, ຈະນຳພາກົນໄກວຽກງານຂອງສິດທິມະນຸດສາກົນໄປສູ່ທາງຜິດພາດ ແລະທຳລາຍຄວາມໜ້າເຊື່ອຖືແລະກຽດສັກສີຂອງສະພາສິດທິມະນຸດອົງການ ສປຊ.