ປະເທດໃດຈິ່ງແມ່ນຕົວການທີ່ເຮັດໃຫ້ລາຄາທັນຍາຫານໃນທົ່ວໂລກຖີບຕົວສູງຂຶ້ນ

2022-03-28 11:02:17 CRI

ໃນໄລຍະມໍ່ໆມານີ້, ລາຄາທັນຍາຫານໃນທົ່ວໂລກໄດ້ຖີບຕົວສູງຂຶ້ນຢ່າງວ່ອງໄວ. ນັບແຕ່ວັນທີ 24 ກຸມພາຫາວັນທີ 8 ມີນານີ້, ລາຄາເຂົ້າເບຼໄດ້ເພີ່ມຂຶ້ນ 44,98%, ລາຄາສາລີໄດ້ເພີ່ມຂຶ້ນ 10,89% ແລະ ລາຄາເຂົ້າສານໄດ້ເພີ່ມຂຶ້ນ 3,9%. ອີງຕາມຕົວເລກສະຖິຕິທາງການສະແດງໃຫ້ເຫັນວ່າ: ລາຄາທັນຍາຫານໃນປັດຈຸບັນໄດ້ເພີ່ມຂຶ້ນເປັນລະດັບສູງສຸດໃນຮອບ 10 ປີ. ລາຄາທັນຍາຫານຖີບຕົວສູງຂຶ້ນ, ຈົນເຖິງຂັ້ນເຮັດໃຫ້ບາງປະເທດຢູ່ອາຟຣິກາເໜືອ ແລະ ຕາເວັນອອກກາງເກີດມີສະພາບຂາດແຄນທັນຍາຫານໃນຂອບເຂດນ້ອຍ.

ຕໍ່ກັບເລື່ອງນີ້, ຂ່າວສານເປເປີຂອງອາເມຣິກາໄດ້ພິມບົດວິເຄາະ ໂດຍໄດ້ກ່າວຕຳໜິຍຸດທະສາດແຫ່ງຊາດຕອບສະໜອງຄວາມຕ້ອງການດ້ານທັນຍາຫານດ້ວຍຕົນເອງຂອງຈີນ ໂດຍຂຽນວ່າ: ຍ້ອນວ່າຈີນໄດ້ກັກຕຸນທັນຍາຫານຢ່າງຫຼວງຫຼາຍ, ເຮັດໃຫ້ການສະໜອງທັນຍາຫານໃນຕະຫຼາດສາກົນບໍ່ພຽງພໍ ແລ້ວໄດ້ຊຸກຍູ້ໃຫ້ລາຄາທັນຍາຫານໃນທົ່ວໂລກຖີບຕົວສູງຂຶ້ນ.

ທຸກສິ່ງທຸກຢ່າງລ້ວນແຕ່ສາມາດຖິ້ມໂທດໃສ່ປະເທດຈີນ, ບົດລະຄອນແບບນີ້ເຮັດໃຫ້ຄົນທັງຫຼາຍຮູ້ດີມາແຕ່ດົນແລ້ວ. ຈາກອຸນຫະພູມທົ່ວໂລກສູງຂຶ້ນໄດ້ກ່າວຕຳໜິຈີນວ່າໄດ້ນຳໃຊ້ພະລັງງານຢ່າງສິ້ນເປືອງຫຼາຍເກີນໄປ, ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖິ້ມໂທດໃສ່ຈີນວ່າບໍ່ໄດ້ແຈ້ງການຕໍ່ທົ່ວໂລກຢ່າງທັນການ, ຈາກການປະທະກັນລະຫວ່າງຣັດເຊຍແລະອູແກຼນໄດ້ຖິ້ມໂທດໃສ່ຈີນວ່າຈີນໄດ້ສະໜັບສະໜູນຣັດເຊຍ, ຈົນເຖິງປັດຈຸບັນ, ລາຄາທັນຍາຫານຖີບຕົວສູງຂຶ້ນໄດ້ຖິ້ມໂທດໃສ່ຈີນວ່າ, ຈີນໄດ້ປະຕິບັດນະໂຍບາຍທັນຍາຫານທີ່ກຸ້ມຕົນເອງ. ເລ່ລຽມຂອງສື່ມວນຊົນຕາເວັນຕົກບໍ່ຄ່ອຍໄດ້ປ່ຽນແປງຈັກເທື່ອ.

ປີ 1994, ທ່ານບຣາວ ນັກເສດຖະສາດອາເມຣິກາໄດ້ຂຽນປຶ້ມຫົວໜຶ່ງທີ່ພາດຫົວຂໍ້ວ່າ “ສັດຕະວັດໜ້າໃຜຈະສາມາດລ້ຽງກຸ້ມຈີນໄດ້” ເຊິ່ງປຶ້ມນີ້ໄດ້ຂາຍດິບຂາຍດີຢູ່ອາເມຣິກາແລະເອີຣົບ. ໃນເວລານັ້ນ, ຊາວອາເມຣິກາກໍໄດ້ກ່າວໂຈມຕີຈີນເປັນໄພຂົ່ມຂູ່ຕໍ່ຄວາມປອດໄພດ້ານທັນຍາຫານຂອງໂລກ ດ້ວຍຂໍ້ອ້າງທີ່ວ່າ: ຈີນບໍ່ສາມາດລ້ຽງກຸ້ມຕົນເອງ. ແຕ່ໃນສູ່ມື້ນີ້, ເວລາໄດ້ຜ່ານພົ້ນໄປ 20 ກວ່າປີແລ້ວ, ຊາວອາເມຣິກາໄດ້ກ່າວໂຈມຕີຈີນອີກຄັ້ງໜຶ່ງວ່າ: ຈີນໄດ້ເປັນໄພຂົ່ມຂູ່ຕໍ່ລາຄາທັນຍາຫານຂອງໂລກ ຍ້ອນຈີນໄດ້ປະຕິບັດນະໂຍບາຍທັນຍາຫານທີ່ກຸ້ມຕົນເອງ. ວິທີໃສ່ຮ້າຍປ້າຍສີຂອງຊາວອາເມຣິກາຄືວ່າເປັນຕາຫົວຂວັນແທ້ໆ.

ທີ່ຈິງແລ້ວ, ສາເຫດທີ່ເຮັດໃຫ້ລາຄາທັນຍາຫານຖີບຕົວສູງຂຶ້ນໃນໄລຍະມໍ່ໆມານີ້ແມ່ນມີ 2 ດ້ານ, ນັ້ນກໍຄື: ໜຶ່ງ, ອາເມຣິກາໄດ້ພິມເງິນໂດລາສະຫະລັດອອກມາຢ່າງຫຼວງຫຼາຍ ໂດຍບໍ່ເອົາຫົວຊາຕໍ່ກົດເກນການຕະຫຼາດ ເຊິ່ງເຮັດໃຫ້ເກີດມີໄພເງິນເຟີ້ໃນຂອບເຂດທົ່ວໂລກ. ນີ້ແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ລາຄາທັນຍາຫານຖີບຕົວສູງຂຶ້ນ. ສອງ, ພາຍໃຕ້ການຍຸແຍ່ຂອງອາເມຣິກາ ເຮັດໃຫ້ຣັດເຊຍ ແລະ ອູແກຼນ ທີ່ເປັນສອງປະເທດສົ່ງອອກທັນຍາຫານເປັນຈຳນວນຫຼວງຫຼາຍຂອງໂລກ ເກີດການປະທະກັນ ແລ້ວເຮັດໃຫ້ການສະໜອງທັນຍາຫານໃນທົ່ວໂລກຫຼຸດໜ້ອຍລົງ ເຊິ່ງກໍແມ່ນໜຶ່ງໃນສາເຫດທີ່ເຮັດໃຫ້ລາຄາທັນຍາຫານໃນທົ່ວໂລກຖີບຕົວສູງຂຶ້ນ.

ອີກດ້ານໜຶ່ງ, ເຖິງແມ່ນວ່າຈີນໄດ້ກັກຕຸນທັນຍາຫານບໍ່ໜ້ອຍ, ແຕ່ທັນຍາຫານເຫຼົ່ານີ້ລ້ວນແຕ່ແມ່ນຈີນຜະລິດເອງ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງນັກວິທະຍາສາດ ແລະ ຊາວກະສິກອນຈີນ, ຍອດຜົນຜະລິດທັນຍາຫານຂອງຈີນສາມາດລ້ຽງກຸ້ມຕົນເອງ ແລະ ມີສ່ວນເຫຼືອແຮ່ໄວ້ໜ້ອຍໜຶ່ງ. ຈີນສະສົມທັນຍາຫານທີ່ຕົນຜະລິດອອກມາ ເປັນເລື່ອງທີ່ສົມເຫດສົມຜົນທີ່ສຸດ. ໃນຂອບເຂດທົ່ວໂລກ, ບໍລິສັດ ADM, ບໍລິສັດ Bunge, ບໍລິສັດ Cargill ຂອງອາເມຣິກາ ແລະ ບໍລິສັດ Louis Dreyfus ຂອງຝຣັ່ງ ຈິ່ງແມ່ນຜູ້ທີ່ສະສົມທັນຍາຫານສ່ວນຫຼາຍຂອງໂລກຢ່າງແທ້ຈິງ ແລະ ເປັນຜູ້ຄວບຄຸມລາຄາທັນຍາຫານໃນຕະຫຼາດສາກົນຢ່າງແທ້ຈິງ. ສະນັ້ນ, ອາເມຣິກາຈິ່ງແມ່ນເຈົ້າການທີ່ເຮັດໃຫ້ລາຄາທັນຍາຫານໃນທົ່ວໂລກຖີບຕົວສູງຂຶ້ນ, ຍ້ອນແນວນັ້ນ, ອາເມຣິກາຈິ່ງຄວນເປັນຜູ້ຮັບຜິດຊອບຕໍ່ເລື່ອງນີ້ຢ່າງແທ້ຈິງ.