ຣັດເຊຍແລະອູແກຼນຈະຈັດການເຈລະຈາແບບເຊິ່ງໜ້າຮອບໃຫມ່ໃນທ້າຍເດືອນມີນານີ້

2022-03-28 11:51:24 cri

 ຄະນະຜູ້ແທນເຈລະຈາຂອງຣັດເຊຍແລະອູແກຼນໄດ້ແຈ້ງໃຫ້ຮູ້ໃນວັນທີ 27 ມີນານີ້ວ່າ: ສອງຝ່າຍຣັດເຊຍແລະອູແກຼນຈະຈັດການເຈລະຈາແບບເຊິ່ງໜ້າ ຮອບໃຫມ່ກ່ຽວກັບສະຖານະການອູແກຼນໃນທ້າຍເດືອນມີນານີ້.

   ທ່ານວະລາດີເມຍ ເມດິິນສກີ ຫົວໜ້າຄະນະຜູ້ແທນເຈລະຈາຣັດເຊຍ, ຜູ້ຊ່ວຍປະທານາທິບໍດີຣັດເຊຍໄດ້ເຜີຍແຜ່ບົດຄວາມລົງສື່ສັງຄົມອອນລາຍໃນວັນທີ 27 ມີນານີ້ວ່າ: ຄະນະຜູ້ແທນຣັດເຊຍແລະອູແກຼນໄດ້ຈັດການເຈລະຈາທາງ ວິດີໂອໃນມື້ດຽວກັນ,   ສອງຝ່າຍຕົກລົງຈະຈັດການເຈລະຈາແບບເຊິ່ງໜ້າ ລະຫວ່າງວັນທີ 29 ຫາວັນທີ 30ມີນານີ້. ທ່ານເດວິດອາຣາຮາເມຍ  ສະມາຊິກ ຄະນະຜູ້ແທນເຈລະຈາອູແກຼນ, ປະທານຄະນະພັກສະພາຜູ້ຮັບໃຊ້ປະຊາຊົນ ອູແກຼນໄດ້ເຜີຍແຜ່ບົດຄວາມລົງສື່ສັງຄົມອອນລາຍໃນວັນທີ 27 ມີນານີ້ວ່າ: ການເຈລະຈາຮອບໃຫມ່ລະຫວ່າງຄະນະຜູ້ແທນອູແກຼນແລະຣັດເຊຍຈະຈັດຂຶ້ນຢູ່ຕວັກກີລະຫວ່າງວັນທີ 28 ຫາວັນທີ 30 ມີນານີ້.