ສຽງສະໜັບໜູນທ່ານປະທານາທິບໍດີໂຈ ໄບເດັນໄດ້ຫຼຸດລົງສູ່ລະດັບຕ່ຳສຸດໃນປະຫວັດສາດ

2022-03-28 10:07:33 CRI

ວັນທີ 27 ມີນານີ້ຕາມເວລາທ້ອງຖິ່ນ, ອີງຕາມຜົນການຢັ່ງປະຊາມະຕິສະບັບໜຶ່ງທີ່ເຜີຍແຜ່ຫຼ້າສຸດສະແດງໃຫ້ເຫັນວ່າ: ສຽງສະໜັບສະໜູນທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຫຼຸດລົງສູ່ລະດັບຕ່ຳສຸດໃນປະຫວັດສາດອີກຄັ້ງໜຶ່ງ.

ອີງຕາມຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ, ໂດຍລວມແລ້ວ, ສຽງສະໜັບສະໜູນທ່ານໂຈ ໄບເດັນ ໄດ້ຫຼຸດລົງຈາກ 43% ໃນເດືອນມັງກອນປີນີ້ ເປັນ 40%,  ຊາວອາເມຣິກາ 55% ບໍ່ເຫັນດີນຳການປະພຶດຂອງທ່ານໂຈ ໄບເດັນໃນຕຳແໜ່ງປະທານາທິບໍດີ, 70% ບໍ່ມີຄວາມໝັ້ນໃຈຕໍ່ກັບຄວາມສາມາດຂອງທ່ານໂຈ ໄບເດັ່ນໃນການແກ້ໄຂຄວາມຂັດແຍ້ງກັນຢ່າງຕໍ່ເນື່ອງລະຫວ່າງຣັດເຊຍ ອູແກຼນ ແລະ ປະເທດຕາເວັນຕົກອື່ນໆ.