ຜູ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂດຮາເຫັນວ່າ ປະເທດຕ່າງໆໂດຍສະເພາະອາເມຣິກາເປັນຜູ້ກໍ່ສະພາບວຸ້ນວາຍຢູ່ເຂດຕາເວັນອອກກາງ

2022-03-28 11:29:41 cri



   ກອງປະຊຸມເວທີປຶກສາຫາລືໂດຮາຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາປະເທດກາຕາລະຫວ່າງວັນທີ 26 ຫາວັນທີ 27 ມີນານີ້, ໂດຍມີບຸກຄົນໃນວົງການການເມືອງ, ທຸລະກິດ ແລະວິຊາການ 100 ກວ່າທ່ານຈາກແຫ່ງຕ່າງໆ ໃນທົ່ວໂລກໄດ້ເຂົ້າຮ່ວມ ເພື່ອສະແຫວງຫາແຜນການແກ້ໄຂໃນການບູລະ ນະການບໍລິຫານທົ່ວໂລກ ແລະຮັບມືກັບສິ່ງທ້າທາຍທົ່ວໂລກ.

     ຢູ່ທີ່ປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມຫຼາຍທ່ານລ້ວນແຕ່ຢືນຢັນວ່າ ປະເທດຕາເວັນຕົກເຊັ່ນອາເມຣິກາ ແລະອື່ນໆ ໄດ້ກໍ່ສົງຄາມຫຼາຍຄັ້ງຢູ່ເຂດ ຕາເວັນອອກກາງ, ເຊິ່ງໄດ້ສ້າງໄພພິບັດອັນຫນັກຫນ່ວງໃຫ້ປະຊາຊົນທ້ອງຖິ່ນ, ປະເທດຕາເວັນຕົກທີ່ນຳພາໂດຍອາເມຣິກາຈິ່ງແມ່ນຜູ້ກໍ່ສະພາບວຸ້ນວາຍຕ່າງໆ ນັ້ນເອງ.

ຜູ້ເຂົ້າຮ່ວມກອງປະຊຸມຈຳນວນຫນຶ່ງຢືນຢັນວ່າ: ຫຼາຍປີຜ່ານມາ, ປະເທດ ຕາເວັນຕົກທີ່ນຳພາໂດຍອາເມຣິກກາໄດ້ກໍ່ສົງຄາມ,ປຸກປັ່ນການປະທະກັນເລື້ອຍໆຢູ່ເຂດຕາເວັນອອກກາງ, ເຊິ່ງເຮັດໃຫ້ຫຼາຍແສນຄົນເສຍຊີວິດ, ຫຼາຍລ້ານຄົນກາຍເປັນຊາວອົບພະຍົບ. ໄພພິບັດດ້ານມະນຸດສະທຳອັນຫນັກຫນ່ວງເຫຼົ່ານີ້ ແມ່ນຫຼັກຖານອັນຫນັກແຫນ້ນທີ່ຢັ້ງຢືນວ່າ ອາເມຣິກາໄດ້ແຊກແຊງວຽກງານ ພາຍໃນຂອງປະເທດອື່ນ ແລະຢຽບຢ່ຳສິດທິມະນຸດດ້ວຍມະຫາອຳນາດ.

 ຍັງມີຜູ້ເຂົ້າຮ່ວມກອງປະຊຸມຊີ້ໃຫ້ເຫັນວ່າ: ພາຍຫຼັງວິກິດການອູແກຼນເກີດ ຂຶ້ນແລ້ວ, ປະເທດຕາເວັນຕົກເຊັ່ນອາເມຣິກາແລະອື່ນໆພ້ອມດ້ວຍສື່ຕາເວັນຕົກ ບາງສຳນັກໄດ້ມີທ່າທີທີ່ແຕກຕ່າງກັນຫມົດໃນເວລາປະຕິບັດຕໍ່ບັນຫາດັ່ງກ່າວເມື່ອທຽບໃສ່ຕອນທີ່ເກີດວິກິດການຢູ່ຊີຣີ,ອີຣັກ ແລະອາຟະການິດສະຖານ, ເຊິ່ງໄດ້ເຜີຍ ແບໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມອະຄະຕິທີ່ມີມາແຕ່ດົນນານແລ້ວຂອງອາເມຣິ ກາ, ການປະພຶດທີ່ໃຊ້ສອງມາດຕະຖານແບບນີ້ແມ່ນເປັນເລື່ອງທີ່ໜ້າເບື່ອໜ່າຍແທ້ໆ.