ວັນທີ 27 ມີນານີ້ຕາມເວລາທ້ອງຖິ່ນ, ລັດຖະບານກາຕາແລະອິນໂດເນເຊຍໄດ້ເຊັນບົດບັນທຶກຢູ່ນະຄອນຫຼວງໂດຮາປະເທດກາຕາ ໂດຍເຫັນດີເພີ່ມທະວີການຮ່ວມມື ເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ອາຟະການິດສະຖານ, ດຳເນີນການສ້າງຄວາມເຂັ້ມແຂງໃຫ້ປະຊາຊົນທ້ອງຖິ່ນ ແລະອື່ນໆ. ສອງຝ່າຍຍັງມີແຜນການຈະສ້າງກົນໄກຮ່ວມມື ເພື່ອເພີ່ມທະວີການສະໜັບສະໜູນແລະໃຫ້ເງິນອຸດໜູນແກ່ອາຟະການິດສະຖານ ໂດຍສະເພາະແມ່ນແມ່ຍິງຢູ່ທ້ອງຖິ່ນ.
ຍ້ອນຜົນກະທົບຈາກສົງຄາມມາຫຼາຍປີ ເຮັດໃຫ້ສະຖານະການດ້ານມະນຸດສະທຳຢູ່ອາຟະການິດສະຖານຊຸດໂຊມລົງຢ່າງຕໍ່ເນື່ອງ. ອາເມຣິກາໄດ້ອາຍັດຊັບສິນຂອງທະນາຄານກາງອາຟະການິດສະຖານ ແລະນຳໃຊ້ວິທີເພີ່ມແຮງກົດດັນສູງຂຶ້ນ ເພື່ອສະກັດກັ້ນປະຊາຄົມໂລກບໍ່ໃຫ້ການຊ່ວຍເຫຼືອແກ່ອາຟະການິດສະຖານ ເຊິ່ງໄດ້ເຮັດໃຫ້ວິດກິດການດ້ານມະນຸດສະທຳຢູ່ອາຟະການິດສະຖານຮ້າຍແຮງຂຶ້ນຕື່ມອີກ.