ອິນເດຍມີແຜນການຈະນຳເຂົ້າຖ່ານຫີນໂຄກຫຼາຍຂຶ້ນຈາກຣັດເຊຍ

2022-03-28 14:21:16 CRI

ວັນທີ 27 ມີນານີ້, ທ່ານຣາມ ຈັນດຣາ ປຣາຊັດ ຊິງ ລັດຖະມົນຕີກະຊວງເຫຼັກກ້າອິນເດຍກ່າວວ່າ, ອິນເດຍຈະນຳເຂົ້າຖ່ານຫີນໂຄກຫຼາຍຂຶ້ນ 1 ເທົ່າຈາກຣັດເຊຍ.


ຂ່າວຂອງຂ່າວສານລອຍເຕີຂອງອັງກິດລາຍງານວ່າ: ທ່ານຊິງໄດ້ເປີດເຜີຍຂ່າວດັ່ງກ່າວໃນກອງປະຊຸມທີ່ຈັດຂຶ້ນຢູ່ນະຄອນຫຼວງນິວເດັນລີ.


ນອກຈາກຖ່ານຫີນໂຄກແລ້ວ, ອິນເດຍຍັງມີແຜນການຈະຈັດຊື້ນ້ຳມັນເຊື້ອໄຟແລະຜະລິດຕະພັນອື່ນໆຫຼາຍຂຶ້ນກວ່າເກົ່າຈາກຣັດເຊຍ. ວັນທີ 14 ມີນານີ້, ເຈົ້າໜ້າທີ່ອິນເດຍ 2 ທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວຂ່າວສານລອຍເຕີວ່າ: ອິນເດຍຍິນດີຈັດຊື້ນ້ຳມັນເຊື້ອໄຟ, ຝຸ່ນເຄມີແລະຜະລິດຕະພັນອື່ນໆທີ່ຣັດເຊຍຂາຍໃຫ້ໃນລາຄາບູລິມະສິດ ແລະຈະຊຳລະດ້ວຍເງິນຣູບີຂອງອິນເດຍແລະເງິນຣູບຂອງຣັດເຊຍ ເພື່ອຫຼີກເວັ້ນການລົງໂທດ.