ຍານອະວະກາດ “ທ່ຽນໂຈ່ວ2”ໄດ້ແຍກຕົວໂຄຈອນອອກຈາກໂຄໂມດຸນຂອງສະຖານີອະວະກາດແລ້ວ

2022-03-28 10:14:55 cri



ອີງຕາມຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ຍານອະວະກາດຂົນສົ່ງເຄື່ອງ “ທ່ຽນໂຈ່ວ 2” ໄດ້ປະຕິບັດໜ້າທີ່ທັງໝົດໃຫ້ສຳເລັດ ແລ້ວໄດ້ແຍກຕົວອອກຈາກຫ້ອງແກນກາງຫຼືໂຄໂມດຸນ(core module)ຂອງສະຖາ ນີອະວະກາດໃນເວລາ 15 ໂມງ 59 ນາທີຂອງວັນທີ 27 ມີນານີ້.

ເວລາ 7 ໂມງ 45 ນາທີຂອງວັນທີ 27 ມີນານີ້, ຈຸບິນຍານອະວະກາດ “ເສີນໂຈ່ວ 13” ໄດ້ປິດປະຕູຍານອະວະກາດຂົນສົ່ງເຄື່ອງ “ທ່ຽນໂຈ່ວ 2” ແລະ ປະຕູຫ້ອງເຊື່ອມຕໍ່ຫຼືນອດໂມດຸນ(node module), ຫຼັງຈາກນັ້ນ, ສະຖານີ ອະວະກາດໄດ້ປັບທ່າໂຄຈອນແລ້ວໂຄຈອນໄປຕາມວົງໂຄຈອນທີ່ໄດ້ກຳນົດໄວ້ລ່ວງໜ້າ. “ທ່ຽນໂຈ່ວ2” ແມ່ນຍານອະວະກາດຂົນສົ່ງເຄື່ອງລຳທຳອິດ ທີ່ປະເທດຈີນ ໄດ້ສົ່ງຂຶ້ນສູ່ອະວະກາດໃນໄລຍະກວດສອບເຕັກນິກຂໍກຸນແຈສຳຄັນຂອງສະຖານີອະວະກາດ, ເຊິ່ງໄດ້ຖືກສົ່ງຂຶ້ນສູ່ອະວະກາດຈາກຖານສົ່ງດາວທຽມເວີນຊ່າງ ແຂວງໄຫຫຼຳໃນວັນທີ 29 ພຶດສະພາປີ2021, ໂດຍສາມາດຂົນສົ່ງເຄື່ອງຂອງ 6,8 ໂຕນໄປໃຫ້ສະຖານີອະວະກາດ. ນີ້ແມ່ນຍານອະວະກາດ“ທ່ຽນໂຈ່ວ2” ເຮັດວຽກຕາມວົງໂຄຈອນເປັນມື້ທີ 301 ແລ້ວຫຼັງຈາກທີ່ຖືກສົ່ງຂຶ້ນສູ່ອະວະກາດ ເປັນຕົ້ນມາ.