ລັດຖະມົນຕີກະຊວງການຕ່າງປະເທດຂອງ 4 ປະເທດສະມາຊິກອາຊຽນຈະຢ້ຽມຢາມຈີນ

2022-03-29 14:14:56 cri

ວັນທີ 28 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດຢູ່ນະຄອນຫຼວງປັກກິ່ງວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງການຕ່າງປະເທດຂອງອິນໂດເນເຊຍ, ໄທ, ຟິລິບປິນ ແລະມຽນມາ ຈະຢ້ຽມຢາມຈີນລະຫວ່າງວັນທີ 31 ມີນາຫາວັນທີ 3 ເມສາໜ້ານີ້.

ທ່ານວ່າງເວີນປິ່ນກ່າວວ່າ: ອິນໂດເນເຊຍ, ໄທ, ຟິລິບປິນ ແລະມຽນມາ ລ້ວນແຕ່ແມ່ນປະເທດສະມາຊິກສຳຄັນຂອງອາຊຽນ, ແມ່ນບ້ານໃກ້ເຮືອນຄຽງມິດຕະພາບແລະຄູ່ຮ່ວມທີ່ສຳຄັນຂອງຈີນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ. ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ຮັກສາການໄປມາຫາສູ່ກັນແລະການແລກປ່ຽນຄວາມເຫັນເລື້ອຍໆກັບປະເທດຕ່າງໆຂອງອາຊຽນດ້ວຍວິທີຄ່ອງແຄ້ວມາໂດຍຕະຫຼອດ, ລົງເລິກການຮ່ວມມືໃນການຕ້ານກັບພະຍາດແລະຟື້ນຟູເສດຖະກິດຢ່າງຕໍ່ເນື່ອງ ເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກແລະພັດທະນາຮ່ວມກັນ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ການຢ້ຽມຢາມຈີນຂອງລັດຖະມົນຕີກະຊວງການຕ່າງປະເທດຂອງ 4 ປະເທດດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງການພົວພັນມິດຕະພາບທີ່ໃກ້ຊິດລະຫວ່າງຈີນກັບປະເທດສະມາຊິກອາຊຽນທີ່ເປັນບ້ານໃກ້ເຮືອນຄຽງອີກຄັ້ງໜຶ່ງ ແລະຄວາມເອົາໃຈໃສ່ຢ່າງສູງຂອງຝ່າຍຕ່າງໆທີ່ມີຕໍ່ການຊຸກຍູ້ການຮ່ວມມືລະຫວ່າງຈີນກັບອາຊຽນກັບອາຊຽນ.