ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ຣັດເຊຍບໍ່ມີເຈຕະນາເຂົ້າຮຸກຮານດິນແດນຂອງປະເທດສະມາຊິກນາໂຕ້ ແລະຈະບໍ່ໃຊ້ອາວຸດນິວເຄຼຍຢູ່ອູແກຼນ

2022-03-29 14:17:50 CRI


ວັນທີ 28 ມີນານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານດີມີຕຼີ ເປັສກົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ໃນໄລຍະກ່ອນຣັດເຊຍໃຊ້ການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຼນ, ນາໂຕ້ໄດ້ “ຍິ້ມແຍ້ມແຈ່ມໃສ” ແຕ່ຊ້ຳພັດໃຊ້ການກະທຳທີ່ທຳລາຍຜົນປະໂຫຍດທີ່ຊອບດ້ວຍກົດໝາຍໃສ່ຂົງເຂດຄວາມໝັ້ນຄົງຂອງຣັດເຊຍນັ້ນຢ່າງບໍ່ຢຸດຢັ້ງ. ທ່ານເປັສກົຟຊີ້ອອກວ່າ: ຣັດເຊຍບໍ່ມີເຈຕະນາທີ່ຈະເຂົ້າຮຸກຮານດິນແດນຂອງປະເທດສະມາຊິກນາໂຕ້ ຫຼື ໂຈມຕີພວກເຂົາ.

ທ່ານເປັສກົຟກ່າວເນັ້ນໜັກວ່າ: ຣັດເຊຍຍິ່ງຈະບໍ່ໃຊ້ອາວຸດນິວເຄຼຍຢູ່ອູແກຼນ.