ຜູ້ຕາງໜ້າຈີນໄດ້ເຜີຍແບຄວາມຈິງທີ່ອາເມຣິກາດັບສູນເຊື້ອຊາດເຜົ່າພັນຂອງຊາວອາເມຣິກາອິນເດຍແດງໃນສະພາສິດທິມະນຸດ ສປຊ

2022-03-29 17:38:36 cri

ວັນທີ 28 ມີນານີ້, ທ່ານຈຽງຕ່ວນ ອັກຄະລັດຖະທູດຂອງຄະນະຜູ້ແທນຈີນປະຈຳ ສຳນັກງານໃຫຍ່ອົງການ ສປຊ ທີ່ເຊີແນວ ແລະອົງການຈັດຕັ້ງສາກົນອື່ນໆທີ່ສະວິສ ໄດ້ກ່າວຄວາມເຫັນໃນກອງປະຊຸມຄັ້ງທີ 49 ຂອງສະພາຄວາມໝັ້ງຄົງອົງການ ສປຊ ໂດຍໄດ້ເຜີຍແບໂທດກຳຂອງອາເມຣິກາທີ່ດັບສູນເຊື້ອຊາດເຜົ່າພັນຂອງຊາວອາເມຣິກາອິນເດຍແດງ ພ້ອມທັງຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ແລະອົງການສິດທະມະນຸດຫຼາຍຝ່າຍຕ່າງໆໃຊ້ການເຄື່ອນໄຫວຕໍ່ໂທດກຳຂອງອາເມຣິກາດັ່ງກ່າວ.

ທ່ານຈຽງຕ່ວນກ່າວວ່າ: ໃນປະຫວັດສາດ, ອາເມຣິກາໄດ້ໃຊ້ວິທີການສັງຫານ, ຂັບໄລ່, ກືນກິນເອກະລັກສະເພາະ ແລະວິທີອື່ນໆ ເພື່ອຕັດສິດຢູ່ລອດແລະສິດທາງການເມືອງ, ເສດຖະກິດ, ວັດທະນະທຳ ແລະສິດພື້ນຖານອື່ນໆຂອງຊາວອາເມຣິກາອິນເດຍແດງຢ່າງເປັນລະບົບ, ປະຊາກອນຊາວອາເມຣິກາອິນເດຍແດງໄດ້ຫຼຸດລົງຈາກ 5 ລ້ານຄົນໃນທ້າຍສະຕະວັດທີ 15 ຍັງເຫຼືອພຽງແຕ່ 237.000 ຄົນໃນຕົ້ນສະຕະວັດທີ 20, ຫຼາຍກົກເຫຼົ່າຖືກດັບສູນສິ້ນເຊີງ.

ທ່ານຈຽງຕ່ວນກ່າວເນັ້ນວ່າ: ໂທດກຳຂອງອາເມຣິກາທີ່ດັບສູນຊາວອາເມຣິກາອິນເດຍແດງຕ້ອງໄດ້ຮັບການສືບສວນແລະທາວຫາຄວາມຮັບຜິດຊອບຢ່າງເຖິງຖອງ, ຜູ້ຖືກເຄາະຮ້າຍແລະຄົນຮຸ່ນຫຼັງຂອງຊາວອາເມຣິກາອິນເດຍແດງຄວນໄດ້ຮັບການຊົດເຊີຍຄ່າທົດແທນ. ອາເມຣິກາຄວນປ່ຽນແປງກົດໝາຍແລະນະໂຍບາຍທີ່ລ່ວງລະເມີດສິດຂອງຊາວອາເມຣິກາອິນເດຍແດງ. ອົງການສິດທິມະນຸດຫຼາຍຝ່າຍ ເຊິ່ງລວມທັງສະພາສິດທິມະນຸດ ແລະ ຫ້ອງການສະພາສິດທິມະນຸດ ຄວນໃຊ້ມາດຕະການກ່ຽວກັບບັນຫາທີ່ອາເມຣິກາດັບສູນເຊື້ອຊາດເຜົ່າພັນ.