ຝ່າຍຈີນສະໜັບສະໜູນວຽກງານຂອງອົງການພະລັງງານປະລະມານູສາກົນຫຼືIAEAນັ້ນບໍ່ໄດ້ໝາຍຄວາມວ່າເຫັນດີນຳຝ່າຍຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນີວເຄຼຍລົງສູ່ທະເລ

2022-03-29 16:15:43 CRI


  ຕໍ່ກັບການລາຍງານຂ່າວກ່ຽວກັບໜ່ວຍງານອົງການພະລັງງານປະລະມານູ ສາກົນໄດ້ໄປຢ້ຽມຢາມຍີ່ປຸ່ນໃນຫວ່າງມໍ່ໆມານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງ ການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 28 ມີນານີ້ວ່າ,ຝ່າຍຈີນສະໜັບສະໜູນວຽກງານຂອງໜ່ວຍງານດ້ານເຕັກນິກ,ແຕ່ບໍ່ໄດ້ໝາຍຄວາມວ່າເຫັນດີນຳຝ່າຍຍີ່ປຸ່ນທີ່ຕົກລົງລະບາຍນ້ຳປົນເປື້ອນລັງສີນີວເຄຼຍລົງສູ່ທະເລ.


  ມີລາຍງານຂ່າວວ່າ:ວັນທີ 25 ມີນານີ້,ອົງການພະລັງງານປະລະມານູສາກົນ ໄດ້ລະບຸໃນກອງປະຊຸມຖະແຫຼງຂ່າວທາງອອນໄລວ່າ ລະຫວ່າງວັນທີ 21 ຫາ 25 ມີນານີ້,ໜ່ວຍງານດ້ານເຕັກນິກຂອງອົງການດັ່ງກ່າວໄດ້ໄປຢ້ຽມຢາມຍີ່ປຸ່ນ ເພື່ອຈັດການເຈລະຈາກັບຄະນະກຳມະການລະບຽບການພະລັງງານປະລະມານູຍີ່ປຸ່ນ,ແລະສຳຫຼວດກວດກາການຕິດຕາມຄຸ້ມຄອງກ່ຽວກັບແຜນການລະບາຍນ້ຳປົນເປື້ອນລັງສີນີວເຄຼຍຢູ່ໂຮງງານໄຟຟ້ານີວເຄຼຍຟູຄູຊີມະແມ່ນສອດຄ່ອງກັບມາດຕະຖານຄວາມປອດໄພຂອງອົງການຫຼືບໍ່.ຄາດວ່າ ບົດລາຍງານປະເມີນການສຳຫຼວດ ຄັ້ງນີ້ຈະເຜີຍແຜ່ຫຼັງຈາກເວລາສອງເດືອນ.


  ທ່ານວ່າງເວີນປິ່ນກ່າວວ່າ ຝ່າຍຈີນໄດ້ເອົາໃຈໃສ່ນຳທ່າອ່ຽງທີ່ຍີ່ປຸ່ນແກ້ໄຂ ບັນຫານ້ຳປົນເປື້ອນລັງສີນີວເຄຼຍຢູ່ໂຮງງານໄຟຟ້ານີວເຄຼຍຟູຄູຊີມະມາໂດຍຕະຫຼອດ,ແຜນການຕິດຕາມຄຸ້ມຄອງທີິ່ຮອບດ້ານ ຕາມຫຼັກວິທະຍາສາດແລະ ຮອບຄອບນັ້ນມີຜົນດີຕໍ່ການແກ້ໄຂນ້ຳປົນເປື້ອນລັງສີນີວເຄຼຍຢູ່ໂຮງງານດ່ັງກ່າວ ຢ່າງປອດໄພ.ຝ່າຍຍີ່ປຸ່ນຄວນໃຫ້ການປະສານສົມທົບຢ່າງໃກ້ຊິດແກ່ໜ່ວຍງານ ດ້ານເຕັກນິກຂອງອົງການIAEAກ່ຽວກັບເລື່ອງນີ້,ຫວັງວ່າທາງອົງການຈະແຈ້ງສະພາບການປະເມີນການສຳຫຼວດໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນຝ່າຍທີ່ມີ ສ່ວນກ່ຽວຂ້ອງດ້ານຜົນປະໂຫຍດໄດ້ຮັບຊາບຢ່າງທັນການ.