ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ບໍ່ຄວນໃຊ້ສອງມາດຕະຖານຕໍ່ທຸກບັນຫາຈຸດສຸມທັງສາກົນແລະພາກພື້ນ

2022-03-29 15:34:01 CRI


     ກ່ຽວກັບທ່ານມາມຸດ ອັບບັສ ປະທານາທິບໍດີປາເລັສຕີນຮຽກຮ້ອງໃຫ້ອາເມຣິກາປະຕິບັດຕາມຄຳໝັ້ນສັນຍາຂອງຕົນກ່ຽວກັບ“ແຜນການສອງປະເທດ”ເພື່ອແກ້ໄຂບັນຫາອິດສະຣາແອນແລະປາເລັສຕີນ, ວັນທີ 29 ມີນານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ບໍ່ວ່າແມ່ນບັນຫາປາເລັສຕີນຫຼືບັນຫາຈຸດສຸມອື່ນໆທັງສາກົນແລະພາກພື້ນ, ປະຊາຄົມໂລກລ້ວນແຕ່ບໍ່ຄວນໃຊ້ສອງມາດຕະຖານ.


     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 27 ມີນານີ້ ຕາມເວລາທ້ອງຖິ່ນ, ໃນເວລາທ່ານອັບບັສ ປະທານາທິບໍດີປາເລັສຕີນພົບປະກັບທ່ານອັນໂຕນີ ບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ທ່ານກ່າວເນັ້ນວ່າ: ລັດຖະບານໂຈ ໄບເດັນຕ້ອງປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ໄວ້ກັບປາເລັສຕີນ ເຊິ່ງລວມທັງຄຳໝັ້ນສັນຍາຂອງອາເມຣິກາກ່ຽວກັບ“ແຜນການສອງປະເທດ”ເພື່ອແກ້ໄຂບັນຫາປາເລັສຕີນແລະອິດສະຣາແອນ ແລະອື່ນໆ. ສະຖານະການເອີຣົບໃນປັດຈຸບັນໄດ້ສະແດງໃຫ້ເຫັນສອງມາດຕະຖານຢ່າງຈະແຈ້ງ, ປະຊາຄົມໂລກບໍ່ຄວນເມີນເສີຍຕໍ່ຄວາມຫຍຸ້ງຍາກຂອງປາເລັສຕີນ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ໃຫ້ເຫັນວ່າ:


 “ຊາວອົບພະຍົບອູແກຣນເປັນຕາດູຕົນ, ສ່ວນຊາວອົບພະຍົບທີ່ມາຈາກປະເທດຕ່າງໆຂອງຕາເວັນອອກກາງ ອາຟຣິກາ ແລະອາເມຣິກາລາຕິນນັ້ນແມ່ນບໍ່ເປັນຕາດູຕົນ, ສອງມາດຕະຖານແບບນີ້ພວກເຮົາຮັບເອົາບໍ່ໄດ້; ການທຳຮ້າຍສາມັນຊົນອູແກຣນແມ່ນອາຊະຍາກຳສົງຄາມ, ສ່ວນການທຳຮ້າຍສາມັນຊົນຂອງສະຫະພັນຢູໂກສະລະວີ ອັຟການິສະຖານ ອີຣັກ ແລະຊີຣີກໍບໍ່ຖືກລົງໂທດ, ສອງມາດຕະຖານແບບນີ້ພວກເຮົາຮັບເອົາບໍ່ໄດ້; ການໂຈມຕີອູແກຣນແມ່ນການທຳລາຍຫຼັກການເຄົາລົບອະທິປະໄຕ, ແຕ່ການໂຈມຕີສະຫະພັນຢູໂກສະລະວີ ອັຟການິສະຖານ ອີຣັກ ແລະຊີຣີກໍ່ສົມເຫດສົມຜົນ, ສອງມາດຕະຖານແບບນີ້ພວກເຮົາຮັບເອົາບໍ່ໄດ້; ເນັ້ນໜັກອະທິປະໄຕຂອງອູແກຣນບໍ່ສາມາດຖືກລ່ວງລ້ຳໄດ້, ແຕ່ໃນບັນຫາສະຫະພັນຢູໂກສະລະວີ ບັນຫາອີຣັກ ແລະອື່ນໆພັດກ່າວວ່າ ສິດທິມະນຸດຢູ່ເໜືອອະທິປະໄຕ, ສອງມາດຕະຖານແບບນີ້ພວກເຮົາຮັບເອົາບໍ່ໄດ້. ”