ຜູ້ທີ່ໄດ້ຮັບໂທດຈາກການປະຕິບັດການລົງໂທດຮອບດ້ານແລະບໍ່ມີການຈຳແນກນັ້ນແມ່ນປະຊາຊົນ

2022-03-29 15:57:44 cri


ໃນເວລາຕອບຄຳຖາມກ່ຽວກັບອາເມຣິກາລົງໂທດຣັດເຊຍໃນກອງປະຊຸມ ຖະແຫຼງຂ່າວໃນວັນທີ 28 ມີນານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການ ຕ່າງປະເທດຈີນໄດ້ກ່າວວ່າ:ບົດຮຽນທາງປະຫວັດສາດໄດ້ຢັ້ງຢືນໃຫ້ເຫັນເທື່ອ ແລ້ວເທື່ອອີກວ່າ,ການລົງໂທດບໍ່ສາມາດແກ້ໄຂບັນຫາໄດ້,ຍັງຈະສ້າງບັນຫາໃໝ່ ຂຶ້ນມາອີກ.ການປະຕິບັດການລົງໂທດຮອບດ້ານແລະບໍ່ມີການຈຳແນກ,ຜູ້ທີ່ໄດ້ຮັບ ໂທດນັ້ນແມ່ນປະຊາຊົນ.


ທ່ານວ່າງເວີນປິ່ນກ່າວຕື່ມວ່າ:“ຝ່າຍຈີນມີຄວາມເຫັນມາໂດຍຕະຫຼອດວ່າ, ການລົງໂທດບໍ່ແມ່ນວິທີພື້ນຖານທີ່ມີປະສິດທິພາບໃນການແກ້ໄຂບັນຫາ.ຝ່າຍຈີນເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວແລະການຍື່ນມືເຂົ້າມາກ້າວກ່າຍທີ່ບໍ່ມີຫຼັກອ້າງອີງຈາກກົດໝາຍສາກົນແລະບໍ່ມີການມອບສິດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ,ນີ້ແມ່ນຈຸດຢືນທີ່ຝ່າຍຈີນຍຶດຖືຢູ່ສະຖານທີ່ເປີດເຜີຍ ແລະສະຖານທີ່ພາຍໃນມາໂດຍຕະຫຼອດ.ໃນ 190 ກວ່າປະເທດສະມາຊິກຂອງ ອົງການສະຫະປະຊາຊາດ,ມີ 140 ກວ່າປະເທດບໍ່ໄດ້ເຂົ້າຮ່ວມການລົງໂທດຣັດ ເຊຍ,ນີ້ສະແດງໃຫ້ເຫັນວ່າ:ປະເທດສ່ວນຫຼາຍທີ່ສຸດໃນໂລກລ້ວນແຕ່ປະຕິບັດຕໍ່ ບັນຫາການລົງໂທດດ້ວຍທ່າທີຮອບຄອບແລະມີຄວາມຮັບຜິດຊອບ.ເໝືອນດັ່ງສິ່ງທີ່ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນໄດ້ຊີ້ໃຫ້ເຫັນນັ້ນວ່າ:ປະເທດສ່ວນຫຼາຍລວມທັງຈີນແລະປະເທດພວມພັດທະ ນາລ້ວນແຕ່ເຫັນວ່າ,ການແກ້ໄຂບັນຫາຈຸດສຸມຂອງສາກົນແລະພາກພື້ນ,ບໍ່ແມ່ນມີແຕ່ທາງເລືອກສອງຢ່າງຄືສົງຄາມແລະການລົງໂທດເທົ່ານັ້ນ.ປະຊາຊົນບັນດາປະເທດບໍ່ມີສ່ວນກ່ຽວຂ້ອງຕ້ອງໄດ້ຮັບໂທດຈາກການປະທະກັນລະຫວ່າງພາກພື້ນ ແລະການຊັ່ງຊາກຳລັງລະຫວ່າງປະເທດໃຫຍ່.ສະຖານະການແຮ່ງສັບສົນ,ແຮ່ງ ຕ້ອງການການພິຈາລະນາຢ່າງໃຈເຢັນວ່າ,ການກະທຳທີ່ນຳໃຊ້ນັ້ນຈະນຳເອົາຜົນ ຮ້າຍ‍ຢ້ອນຫຼັງຫຍັງແດ່ມາໃຫ້.ຫວັງວ່າຝ່າຍຕ່າງໆຈົ່ງໃຈເຢັນລົງ,ສຸມກຳລັງເຂົ້າໃນ ການໄກ່ເກ່ຍແລະຊຸກຍູ້ການເຈລະຈາສັນຕິພາບ,ແຕ່ບໍ່ແມ່ນຍົກລະດັບການລົງ ໂທດແລະເຮັດໃຫ້ຄວາມຂັດແຍ້ງດຸເດືອດຂຶ້ນ.”