ໄຂກອງປະຊຸມສຸດຍອດລັດຖະບານໂລກຄັ້ງທີ 8

2022-03-29 17:52:25 CRI


     ວັນທີ 29 ມີນານີ້ ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດລັດຖະບານໂລກຄັ້ງທີ 8 ຫຼື WGS2022 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສວນງານວາງສະແດງໂລກດູໄບ 2020 ເຊິ່ງຈະຈັດກອງປະຊຸມ ແລະເວທີປຶກສາຫາລື 110 ເທື່ອ ພາຍໃນເວລາ 2 ວັນ ໂດຍປິ່ນອ້ອມຫົວຂໍ້“ສ້າງລັດຖະບານອະນາຄົດ”. ຜູ້ຊ່ຽວຊານ ຜູ້ບໍລິຫານງານຂອງບໍລິສັດ ແລະເຈົ້າໜ້າທີ່ລັດຖະບານທັງໝົດ 4.000 ກວ່າທ່ານທີ່ມາຈາກ 190 ປະເທດ ແລະເຂດແຄວ້ນ ຈະປຶກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆທີ່ກ່ຽວພັນເຖິງຊີວິດຂອງມວນມະນຸດຢ່າງໃກ້ຊິດເຊັ່ນ: ການຊຸກຍູ້ການພັດທະນາຂອງລັດຖະບານ, ການປິ່ນປົວແລະຮັກສາສຸຂະພາບ, ເຕັກນິກໃນອະນາຄົດ, ການສຶກສາແລະການປະກອບອາຊີບ, ການເລັ່ງລັດການຟື້ນຟູເສດຖະກິດໂລກ, ການສ້າງຕົວເມືອງໃນອະນາຄົດ, ຍົກສູງຄວາມສາມາດຟື້ນຕົວຂອງສັງຄົມ, 10 ປີຂ້າງໜ້າແຫ່ງການພັດທະນາແບບຍືນຍົງ ແລະອື່ນໆ.