ກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອັຟການິດສະຖານຄັ້ງທີ 3 ຈັດຂຶ້ນໃນມື້ນີ້

2022-03-30 13:56:32 CRI


ລະຫວ່າງວັນທີ 30 ຫາ 31 ມີນານີ້, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອັຟການິດສະຖານຄັ້ງທີ 3ໄດ້ຈັດຂຶ້ນຢູ່ເມືອງທຸນຊີ່ແຂວງອ່ານຫຸ່ຍຈີນ, ເຊິ່ງກອງປະຊຸມຄັ້ງນີ້ແມ່ນປະເທດຈີນເປັນເຈົ້າພາບຈັດຂຶ້ນ, ມີຈຸດປະສົງເພື່ອເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນຂອງປະເທດໃກ້ຄຽງກ່ຽວກັບບັນຫາອັຟການິດສະຖານ, ປຶກສາຫາລືກ່ຽວກັບ “ແຜນການຂອງປະເທດໃກ້ຄຽງ” ທີ່ຮ່ວມກັນຊຸກຍູ້ສະຖານະການຢູ່ອັຟການິດສະຖານໃຫ້ກ້າວໄປສູ່ຄວາມໝັ້ນຄົງ ແລະ ຊ່ວຍເຫຼືອປະຊາຊົນອັຟການິດສະຖານໃນໄລຍະຕໍ່ໄປ, ສົ່ງ “ສຽງຂອງປະເທດໃກ້ຄຽງ” ໄປສູ່ປະຊາຄົມໂລກ. ລັດຖະມົນຕີຕ່າງປະເທດ ຫຼື ຜູ້ຕາງໜ້າ 6 ປະເທດ ຄື ປາກິສະຖານ ອີຣານ ຣັດເຊຍ, ຕັດຈິກິດສະຖານ, ຕວັກເມນິດສະຖານ, ອຸດສະເບກິດສະຖານຈະເຂົ້າຮ່ວມກອງປະຊຸມ. ຫຼັງຈາກນັ້ນ ຢູ່ເມືອງທຸນຊີ່ແຂວງອ່ານຫຸ່ຍຍັງຈະຈັດກອງປະຊຸມສົນທະນາຂອງລັດຖະມົນຕີຕ່າງປະເທດ “ປະເທດໃກ້ຄຽງ + ອັຟການິດສະຖານ”, ໂດຍເຊື້ອເຊີນທ່ານອາມີ ຄານ ມຸດຕາກີ ວາທີລັດຖະມົນຕີກະຊວງການຕ່າງປະເທດລັດຖະບານຊົ່ວຄາວອັຟການິດສະຖານເຂົ້າຮ່ວມ, ສ່ວນລັດຖະມົນຕີກະຊວງການຕ່າງປະເທດຂອງອິນໂດເນເຊຍ ແລະ ກາຕາຈະເຂົ້າຮ່ວມກອງປະຊຸມໃນຖານະເປັນແຂກຖືກເຊີນ.


ນອກນີ້, ໂດຍຜ່ານການປຶກສາຫາລືກັນຂອງຝ່າຍຕ່າງໆ, ໃນໄລຍະດຳເນີນ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອັຟການິດສະຖານຄັ້ງທີ 3, ຍັງຈະຈັດກອງປະຊຸມກົນໄກປຶກສາຫາລື “ຈີນ ອາເມຣິກາ ຣັດເຊຍ +” ກ່ຽວກັບບັນຫາອັຟການິດສະຖານ. ທ່ານເຢ້ສ້ຽວຢົງ ທູດພິເສດກ່ຽວກັບບັນຫາອັຟການິດສະຖານຂອງກະຊວງການຕ່າງປະເທດຈີນຈະເປັນປະທານກອງປະຊຸມ, ຜູ້ຕາງໜ້າພິເສດກ່ຽວກັບບັນຫາອັຟການິດສະຖານຂອງອາເມຣິກາ ຣັດເຊຍ ແລະ ປາກິສະຖານຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.