ອາເມຣິກາຈິ່ງແມ່ນຕົ້ນກຳເນີດທີ່ເຮັດໃຫ້ໂລກເກີດມີຄວາມວຸ້ນວາຍປັ່ນປ່ວນ

2022-03-30 14:42:37 CRI

ວັນທີ 26 ມີນານີ້ຕາມເວລາທ້ອງຖິ່ນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ການປະທະກັນລະຫວ່າງຣັດເຊຍແລະອູແກຼນຢູ່ປະເທດໂປໂລຍວ່າ: “ພະເຈົ້າເອີ້ຍ, ບຸກຄົນຜູ້ນີ້ (ທ່ານອະລາດິເມຍ ປູຕິນ ປະທານທິບໍດີຣັດເຊຍ) ບໍ່ຄວນໃຫ້ເຂົາກຳອຳນາດຕໍ່ໄປອີກແລ້ວ.” ຄຳເວົ້າດັ່ງກ່າວຂອງທ່ານໂຈ ໄບເດັນ ເປັນການແຊກແຊງວຽກງານພາຍໃນຂອງຣັດເຊຍຢ່າງເປີດແປນ. ເຖິງວ່າຫຼັງຈາກນັ້ນແລ້ວ, ທ່ານໂຈ ໄບເດັນໄດ້ເວົ້າແກ້ຕົວວ່າ: ຕົນບໍ່ໄດ້ຮຽກຮ້ອງໃຫ້ມົສກູປ່ຽນອຳນາດການປົກຄອງຂອງຕົນ, ແຕ່ຄຳເວົ້າແກ້ໂຕຂອງທ່ານໂຈ ໄບເດັນ ຈະບໍ່ສາມາດປິດບັງຈຸດປະສົງທີ່ແທ້ຈິງຂອງອາເມຣິກາ ທີ່ມີເຈດຕະນາຢາກໂຄ່ນລົ້ມລັດຖະບານຣັດເຊຍ ແລະ ປົກປ້ອງການເປັນມະຫາອຳນາດຂອງຕົນ.

ໃນປະຫວັດສາດ, ອາເມຣິກາເຄີຍຍາດໄດ້ຜົນປະໂຫຍດອັນໃຫຍ່ຫຼວງ ດ້ວຍການຂາຍອາວຸດໃນສົງຄາມໂລກສອງຄັ້ງ ແລະ ໄດ້ຄອງຖານະເປັນຜູ້ນຳພາລະບຽບການຂອງໂລກ ພາຍຫຼັງສົງຄາມໂລກຄັ້ງທີ 2. ຫຼັງຈາກນັ້ນແລ້ວ, ເພື່ອສະແຫວງຫາການເປັນມະຫາອຳນາດຂອງຕົນ, ອາເມຣິກາໄດ້ຍຸແຍ່ໃຫ້ພາກພື້ນຕ່າງໆເຮັດສົງຄາມ  ເພື່ອລຶບລ້າງຝ່າຍທີ່ເປັນປໍລະປັກກັບຕົນ. ໂດຍຜ່ານຈາກການປະຕິວັດສີ, ການກະບົດທາງການທະຫານ ຈົນເຖິງຂັ້ນສົ່ງທະຫານເຂົ້າໄປຮຸກຮານປະເທດອື່ນໂດຍກົງ ເພື່ອໂຄ່ນລົ້ມອຳນາດທີ່ມີຄວາມຄິດຕ້ານອາເມຣິກາ.

ວັນທີ 11 ກຸມພາຜ່ານມານີ້, ທ່ານເບີນີ ຊັນເດີສ ສະມາຊິກສະພາສູງອາເມຣິກາເຄີຍກ່າວຄຳປາໄສ ກ່ອນເກີດການປະທະກັນລະຫວ່າງຣັດເຊຍແລະອູແກຼນວ່າ: 200 ປີຜ່ານມາ, ອາເມຣິກາໄດ້ປະຕິບັດຕາມລັດທິມົນໂຣມາໂດຍຕະຫຼອດ, ນັ້ນກໍຄື: ຂໍພຽງແຕ່ປະເທດໃດອາດຈະເປັນໄພຂົ່ມຂູ່ຕໍ່ຜົນປະໂຫຍດຂອງອາເມຣິກາ, ອາເມຣິກາກໍມີສິດເຂົ້າໄປແຊກແຊງປະເທດນັ້ນ. ອີງຕາມຫຼັກການດັ່ງກ່າວ, ອາເມຣິກາຢ່າງໜ້ອຍໄດ້ທຳລາຍແລະໂຄ່ນລົ້ມອຳນາດຂອງສິບກວ່າປະເທດມາແລ້ວ.

ເດືອນຕຸລາປີ 1983, ອາເມຣິກາໄດ້ເຂົ້າໄປຮຸກຮານ ແລະ ຍຶດຄອງປະເທດເກຼນາດາ, ພາຍຫຼັງໄດ້ໂຄ່ນລົ້ມລັດຖະບານເກຼນາດາທີ່ເປັນມິດກັບອະດີດສະຫະພາບໂຊວຽດ ແລະ “ຊີ້ນຳ” ປະເທດນັ້ນເລືອກຕັ້ງລັດຖະບານໃໝ່ທີ່ເປັນມິດກັບອາເມຣິກາແລ້ວ, ຈິ່ງຖອນທະຫານອອກຈາກປະເທດດັ່ງກ່າວ. ໃນເຄິ່ງສະຕະວັດທີ່ຜ່ານມາ, ອາເມຣິກາຍັງເຄີຍເຂົ້າໄປຮຸກຮານປານາມາ, ໂດມີນິກ ແລະ ຫຼາຍປະເທດໃນຂົງເຂດອາເມຣິກາລາຕິນ ດ້ວຍສາເຫດທີ່ຄ້າຍຄືກັນ. ໃນຂະນະດຽວກັນ, ອາເມຣິກາຍັງໄດ້ກໍ່ສົງຄາມຫວຽດນາມ, ສົງຄາມອ່າວເປີເຊຍ, ສົງຄາມອັຟການິສະຖານ, ສົງຄາມອີຣັກ, ສົງຄາມຊີຣີເປັນຕົ້ນ ຫຼັງຈາກສົງຄາມໂລກຄັ້ງທີ 2 ເຊິ່ງເຮັດໃຫ້ໂລກເກີດຄວາມປັ່ນປ່ວນ ແລະ ເຮັດໃຫ້ປະຊາຊົນທຳມະດາສາມັນຂອງປະເທດເຫຼົ່ານີ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ.

ເມື່ອຫວນຄືນປະຫວັດສາດ, ປະຫວັດສາດການຮຸກຮານປະເທດອື່ນ ແລະ ແຊກແຊງວຽກງານພາຍໃນຂອງປະເທດອື່ນຂອງອາເມຣິກາໄດ້ພິສູດໃຫ້ເຫັນວ່າ: ອາເມຣິການັ້ນແຫຼະ, ຈິ່ງແມ່ນຕົ້ນກຳເນີດທີ່ເຮັດໃຫ້ໂລກເກີດມີຄວາມວຸ້ນວາຍປັ່ນປ່ວນ!