ອະດີດຫົວໜ້າເຈົ້າໜ້າທີ່ກວດກາອາວຸດອີຣັກຂອງອົງການສະຫະປະຊາຊາດກ່າວວ່າ:ມີຄວາມຈຳເປັນຕ້ອງກວດກາການກະທຳຂອງອາເມຣິກາຢູ່ຫ້ອງທົດລອງຊີວະພາບອູແກຣນຢ່າງເຂັ້ມງວດ

2022-03-30 11:32:32 cri


    ກະຊວງປ້ອງກັນປະເທດຣັດເຊຍໄດ້ປະກາດໃນຫວ່າງມໍ່ໆມານີ້ວ່າ:ມີຫຼັກຖານ ຢັ້ງຢືນໃຫ້ເຫັນວ່າ ອາເມຣິກາສຸມໃສ່ການແຜ່ລະບາດຂອງເຊື້ອພະຍາດຢ່າງລັບໆ ຢູ່ຫ້ອງທົດລອງຊີວະພາບຢູ່ອູແກຣນ.ຕໍ່ກັບເລື່ອງນີ້,ທ່ານສະກອດ ຣິດເຕີ ອະດີດຫົວໜ້າເຈົ້າໜ້າທີ່ກວດກາອາວຸດອີຣັກຂອງອົງການສະຫະປະຊາຊາດ ອະດີດເຈົ້າໜ້າທີ່ຂ່າວລັບຂອງກອງທະຫານເຮືອສູ້ຮົບເທິງບົກຂອງອາເມຣິກາກ່າວວ່າ:ຕໍ່ການກະທຳຂອງອາເມຣິກາຢູ່ຫ້ອງທົດລອງຊີວະພາບຢູ່ອູແກຣນ,ແມ່ນມີຄວາມຈຳເປັນທີ່ສຸດຕ້ອງກວດກາຢ່າງເຂັ້ມງວດ,ມີແຕ່ເຮັດແນວນີ້ຈິ່ງສາມາດຢັ້ງຢືນໄດ້ວ່າ: ອາເມຣິກາໄດ້ປະຕິບັດຕາມສົນທິສັນຍາເກືອດຫ້າມອາວຸດຊີວະພາບຫຼືບໍ່?


  ທ່ານຣິດເຕີເຫັນວ່າ:ບັນຫາຂອງອາເມຣິກາແມ່ນຢູ່ບ່ອນປະຕິບັດຕາມ“ສອງ ມາດຕະຖານ”.ໂດຍຮຽກຮ້ອງໃຫ້ປະເທດອື່ນປະຕິບັດຕາມກົດລະບຽບຊຸດໜຶ່ງ,ແຕ່ໂຕເອງຊ້ຳພັດປະຕິບັດຕາມກົດລະບຽບອີກຊຸດໜຶ່ງ.ທ່ານຣິດເຕີກ່າວຕື່ມວ່າ: “ຄືກັນກັບໝົດທຸກຄົນ,ພວກເຮົາມີສິດບໍ່ຖືກໂຈມຕີຈາກອາວຸດຊີວະພາບແລະເຄມີ.ແຕ່ອາເມຣິກາຍັງເຫັນວ່າ,ເພື່ອບໍ່ໃຫ້ຖືກໂຈມຕີຈາກອາວຸດຊີວະພາບແລະເຄມີ,ອາເມຣິກາມີສິດຜະລິດຢາຊີວະພາບແລະເຄມີເພື່ອນຳໃຊ້ໃນການອົບຮົມບຸກຄະ ລາກອນ.”