ຈີນເດັດດ່ຽວຄັດຄ້ານສະພາສູງອາເມຣິກາສະເໜີຍັດຕິກ່ຽວກັບຈີນອີກ

2022-03-30 12:57:50 CRI

     ໂດຍແນໃສ່ຍັດຕິກ່ຽວກັບຈີນສະບັບຫຼ້າສຸດທີ່ສະພາສູງອາເມຣິກາໄດ້ຮັບຮອງ, ວັນທີ 29 ມີນານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຍັດຕິທີ່ກ່ຽວຂ້ອງໄດ້ຝືນກັບຄວາມມຸ່ງມາດປາຖະໜາໂດຍທົ່ວໄປຂອງວົງການຕ່າງໆສອງປະເທດຈີນອາເມຣິກາທີ່ຫວັງໃຫ້ເພີ່ມທະວີການແລກປ່ຽນແລະການຮ່ວມມື, ຝ່າຍຈີນເດັດດ່ຽວຄັດຄ້ານເລື່ອງນີ້ ແລະຈະປົກປັກຮັກສາຜົນປະໂຫຍດຂອງຕົນຢ່າງເດັດດ່ຽວໜຽວແໜ້ນ.

     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ສະພາສູງອາເມຣິກາໄດ້ຮັບຮອງຍັດຕິ“ກົດໝາຍວ່າດ້ວຍການແຂ່ງຂັນຂອງອາເມຣິກາ”, ຍັດຕິສະບັບດັ່ງກ່າວມີຈຸດປະສົງເພື່ອຍົກສູງຄວາມສາມາດດ້ານການແຂ່ງຂັນຂອງອາເມຣິກາ ແລະຕໍ່ຕ້ານກັບຈີນ.

     ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນວ່າ: “ເນື້ອໃນກ່ຽວກັບຈີນໃນຍັດຕິດັ່ງກ່າວບໍ່ເອົາຫົວຊານຳຄວາມຈິງ, ປ່າວປະກາດແນວຄິດຈີນເປັນໄພຂົ່ມຂູ່, ສົ່ງເສີມໃຫ້ດຳເນີນການແຂ່ງຂັນດ້ານຍຸດທະສາດກັບຈີນ, ເຕັມໄປດ້ວຍແນວຄິດສົງຄາມເຢັນທີ່ລວມກັນເປັນສູນ ເຊິ່ງໄດ້ຝືນກັບຄວາມມຸ່ງມາດປາຖະໜາໂດຍທົ່ວໄປຂອງວົງການຕ່າງໆສອງປະເທດຈີນອາເມຣິກາທີ່ຫວັງໃຫ້ເພີ່ມທະວີການແລກປ່ຽນແລະການຮ່ວມມື. ອາເມຣິກາພັດທະນາແນວໃດແມ່ນເລື່ອງຂອງອາເມຣິກາເອງ. ໃນຖານະທີ່ເປັນອົງກອນເສດຖະກິດໃຫຍ່ອັນດັບ 1 ຂອງໂລກ, ສິ່ງທີ່ອາເມຣິກາຄວນເຮັດແມ່ນປົກປັກຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກເຊິ່ງລວມທັງອຸດສາຫະກຳເຊມີຄອນດັກເຕີ ຫຼືເຄື່ອງຊັກນຳໄຟຟ້າ, ແຕ່ຫາກບໍ່ແມ່ນເອົາຈີນມາເປັນຂໍ້ອ້າງເລື້ອຍໆ ແລະຖືຈີນເປັນສັດຕູ.”