ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ບັນດາຝ່າຍຄວນຕັ້ງໜ້າສົ່ງເສີມແລະສະໜັບສະໜູນໃຫ້ຣັດເຊຍແລະອູແກຣນບັນລຸສັນຕິພາບໂດຍຜ່ານການເຈລະຈາ

2022-03-30 12:39:04 CRI


     ວັນທີ 29 ມີນານີ້, ໃນເວລາທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວ, ທ່ານກ່າວເນັ້ນວ່າ: ພາຍໃຕ້ສະຖານະການໃນປັດຈຸບັນນີ້, ຝ່າຍຕ່າງໆຄວນຕັ້ງໜ້າສົ່ງເສີມແລະສະໜັບສະໜູນໃຫ້ຣັດເຊຍແລະອູແກຣນສືບຕໍ່ເຈລະຈາກັນ, ເພື່ອໃຫ້ໄດ້ຮັບໝາກຜົນ ກໍ່ຄືບັນລຸສັນຕິພາບ.


     ຫວ່າງບໍ່ດົນມານີ້, ຄັງປັນຍາຕ່າງໆເຊັ່ນ: ສູນນະໂຍບາຍເອີຣົບ, ສະຖາບັນຄົ້ນຄວ້າວຽກງານສາກົນພະລາຊະອານາຈັກອັງກິດ, ສູນເອີຣົບຄາເນກີ ແລະອື່ນໆຕ່າງໄດ້ພິມບົດຄວາມ ໂດຍໄດ້ຄິດຄືນໃໝ່ກ່ຽວກັບວິກິດການອູແກຣນ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນວ່າ: ຄຽງຄູ່ກັບຜົນກະທົບຂອງວິກິດການອູແກຣນໄດ້ແຜ່ລາມກວ້າງອອກ, ໃນວົງການຍຸດທະສາດຂອງເອີຣົບໄດ້ເກີດມີແນວຄິດທີ່ພາວະວິໄສແລະສົມເຫດສົມຜົນຈຳນວນໜຶ່ງ.


     ທ່ານວ່າງເວີນປີ່ນກ່າວເນັ້ນຕື່ມວ່າ: ຝ່າຍຈີນມີເຈດຈຳນົງມາໂດຍຕະຫຼອດວ່າ: ການສົນທະນາແລະການເຈລະຈາຈຶ່ງແມ່ນວິທີແກ້ໄຂວິກິດການທີ່ເປັນໄປໄດ້ທີ່ສຸດ, ການສະແຫວງຫາຄວາມໝັ້ນຄົງຮ່ວມກັນ, ສັງລວມ, ມີການຮ່ວມມື ແລະເປັນແບບຍືນຍົງຈຶ່ງຈະສາມາດບັນລຸຄວາມສະຫງົບຢ່າງຖາວອນຂອງເອີຣົບກໍ່ຄືຂອງໂລກ. ການທີ່ເປີດກວ້າງສົງຄາມຢ່າງບໍ່ຢຸດຢັ້ງ ແລະເພີ່ມທະວີການລົງໂທດໂດຍບໍ່ມີຂອບເຂດຈຳກັດນັ້ນ ມີແຕ່ຈະເຮັດໃຫ້ບັນຫາສັບສົນຂຶ້ນກວ່າເກົ່າ ແລະເຮັດໃຫ້ໂລກມີຄວາມເສຍຫາຍຫຼາຍຂຶ້ນກວ່າເກົ່າເທົ່ານັ້ນ.