ຈີນໄດ້ສຳເລັດພາລະກິດການບິນອະວະກາດຮອບປັດຈຸບັນຢ່າງຈົບງາມ

2022-03-31 11:29:38 CRI

ວັນທີ 23 ມີນານີ້, ນັກບິນອະວະກາດຈີນ 3 ຄົນ ທີ່ພວມປະຕິບັດພາລະກິດການບິນຢູ່ເທິງອະວະກາດ ໄດ້ສຳເລັດໂມງສອນພາກທີ 2 ຢູ່ “ສະຖານີອະວະກາດທ່ຽນກຸ່ງ”. ນັບມາຮອດມື້ນັ້ນ, ໜ່ວຍບິນອະວະກາດເສິນໂຈ່ວ 13 ໄດ້ສຳເລັດທຸກໜ້າທີ່ຢູ່ເທິງອະວະກາດ ແລະ ຈະກັບຄືນສູ່ໂລກໃນໄວໆນີ້.

ຍານອະວະກາດບັນທຸກຄົນເສິນໂຈ່ວ 13 ໄດ້ສົ່ງຂຶ້ນສູ່ອະວະກາດໃນຕອນເຊົ້າມືດວັນທີ 16 ຕຸລາປີ 2021 ແລະ ໄດ້ເຊື່ອມຕໍ່ເຂົ້າກັບສະຖານີອະວະກາດຈີນຢ່າງສຳເລັດຜົນໃນຕອນເຊົ້າມື້ດຽວກັນ. ໃນໄລຍະເວລາ 5 ເດືອນປາຍ ທີ່ດຳລົງຊີວິດແລະເຮັດວຽກຢູ່ໃນສະຖານີອະວະກາດຈີນ, ນັກບິນອະວະກາດທັງ 3 ຄົນໄດ້ອອກເຄື່ອນໄຫວຢູ່ນອກສະຖານີອະວະກາດ 2 ເທື່ອ, ໄດ້ດຳເນີນການທົດລອງຢູ່ອະວະກາດຫຼາຍເທື່ອ. ໂດຍຜ່ານຈາກການ “ໂອ້ລົມສົນທະນາລະຫວ່າງຟ້າກັບດິນ”, ເຂົາເຈົ້າໄດ້ຫວ່ານແນວພັນຄວາມຝັນອະວະກາດຢູ່ໃນດວງໃຈຂອງຊາວໜຸ່ມທົ່ວປະເທດຈີນ ແລະ ຍິ່ງໄດ້ເຮັດໃຫ້ເຂົາເຈົ້າຮັກຫອມປະເທດຊາດ. ໃນ “ຊົ່ວໂມງສອນອະວະກາດ” ສອງເທື່ອ, ນັກບິນອະວະກາດໄດ້ເຜີຍແຜ່ຄວາມຮູ້ວິທະຍາສາດດ້ານອະວະກາດໃຫ້ແກ່ເດັກນ້ອຍທັງຫຼາຍຂອງຈີນ ດ້ວຍວິທີລຽບງ່າຍ, ເຮັດໃຫ້ເດັກນ້ອຍທັງຫຼາຍເກີດມີຄວາມຮູ້ສຶກວ່າ: ອະວະກາດຄືເຂົ້າໃກ້ໄດ້ເຊັ່ນກັນ.

ນີ້ເປັນເວລາ 5 ເດືອນປາຍທີ່ໜ້າອັດສະຈັນຫຼາຍ ແລະ ກໍແມ່ນ 5 ເດືອນປາຍທີ່ເຮັດໃຫ້ໂລກເກີດມີຄວາມຮູ້ສຶກວ່າ: ການບິນອະວະກາດຂອງຈີນເປັນເລື່ອງທີ່ໜ້າອັດສະຈັນແທ້ໆ.

ການກັບຄືນສູ່ໜ່ວຍບໍ່ໝາຍຄວາມວ່າເປັນການສິ້ນສຸດ, ແຕ່ຫາກເປັນການເລີ່ມຕົ້ນອີກຄັ້ງໃໝ່. ພວກເຮົາຄອງຄອຍໃຫ້ຍານອະວະກາດເສິນໂຈ່ວ 13 ກັບຄືນສູ່ໂລກຢ່າງປອດໄພ. ໃນອະນາຄົດ, ພວກເຮົາກໍຫວັງວ່າ: ການບິນອະວະກາດຂອງຈີນຈະສືບຕໍ່ມຸ່ງໜ້າໄປສູ່ໂລກຈັກກະວານທີ່ເລິກລັບຢ່າງກ້າຫານ ແລະ ມີຄວາມໝັ້ນໃຈຢ່າງເຕັມປ່ຽມ.