ປະເທດຈີນໄດ້ສ້າງຕັ້ງລະບົບໃໝ່ແຫ່ງການປົວແປງລະບົບນິເວດຄືນໃໝ່

2022-03-31 17:15:29 cri


  ກະຊວງຊັບພະຍາກອນທຳມະຊາດຈີນໄດ້ແຈ້ງໃຫ້ຮູ້ວ່າ:ການອະນຸລັກແລະປົວ ແປງລະບົບນິເວດຂອງປະເທດຈີນໄດ້ຮັບຄວາມຄືບໜ້າທີ່ສຳຄັນ,ການສ້າງລະບົບ ອະນຸລັກທຳມະຊາດໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ,ການສ້າງລະບຽບການແຫ່ງການອະນຸລັກແລະປົວແປງຊີວະນາໆພັນຄືນໃໝ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອ ລະກ້າວ,ໄດ້ສ້າງຕັ້ງລະບົບໃໝ່ແຫ່ງການປົວແປງລະບົບນິເວດ.


  ກະຊວງຊັບພະຍາກອນທຳມະຊາດຈີນແຈ້ງໃຫ້ຮູ້ຕື່ມວ່່າ:ການສ້າງລະບົບ ອະນຸລັກທຳມະຊາດຂອງຈີນໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ,ໄດ້ຈັດເອົາເຂດທີ່ມີລະບົບນິເວດທຳມະຊາດສຳຄັນກວ່າໝູ່, ທີວທັດທຳມະຊາດທີ່ມີເອກະລັກກວ່າໝູ່, ມໍລະດົກທຳມະຊາດທີ່ດີເດັ່ນກວ່າໝູ່,ຊີວະນານາພັນທີ່ມີຄວາມອຸດົມສົມບູນກວ່າໝູ່ ເຂົ້າໃນລະບົບສວນສາທາລະນະແຫ່ງຊາດ.ປີ2021ໄດ້ສ້າງຕັ້ງສວນສາທາລະນະແຫ່ງຊາດຊຸດທຳອິດຢ່າງເປັນທາງການ,ເຊິ່ງກວມທັງແນວພັນສັດແລະພືດປ່າເທິງບົກທີ່ສຳຄັນແຫ່ງຊາດເກືອບ30%.ປັດຈຸບັນ,ທົ່ວປະເທດຈີນໄດ້ສ້າງເຂດສະ ຫງວນທຳມະຊາດລະດັບຕ່າງໆແລະປະເພດຕ່າງ11,800ແຫ່ງ,ກວມເນື້ອທີ່ດິນແດນເທິງບົກປະມານ18%.