ຈີນສະໜັບສະໜູນແລະສົ່ງເສີມຄວາມພະຍາຍມທາງການທູດທຸກຢ່າງທີ່ມີຜົນດີຕໍ່ການແກ້ໄຂວິກິດການອູແກຣນໂດຍສັນຕິ

2022-03-31 14:43:29 cri

ວັນທີ 30 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນສະໜັບສະໜູນແລະສົ່ງເສີມຄວາມພະຍາຍາມທາງການທູດທຸກຢ່າງທີ່ມີຜົນດີຕໍ່ການແກ້ໄຂວິກິດການອູແກຣນໂດຍສັນຕິ, ຍິນດີເຫັນຣັດເຊຍແລະອູແກຣນຈັດການສົນທະນາແລະເຈລະຈາກັນ.

ຕາມຂ່າວແຈ້ງວ່າ: ວັນທີ 29 ມີນານີ້, ຜູ້ຕາງໜ້າຣັດເຊຍແລະອູແກຣນໄດ້ຈັດການເຈລະຈາຮອບທີ 5 ຢູ່ນະຄອນອິສຕັນບູນປະເທດຕວກກີ. ຜູ້ຕາງໜ້າຣັດເຊຍກ່າວວ່າ: ການເຈລະຈາຮອບນີ້ມີຄວາມໝາຍ ແລະຜູ້ຕາງໜ້າອູແກຣນກ່າວວ່າ: ຝ່າຍອູແກຣນສະເໜີວ່າ: ຈະກຳນົດຖານະປະເທດເປັນປະເທດທີ່ບໍ່ຮ່ວມກຸ່ມແລະປອດນິວເຄຼຍດ້ວຍຮູບແບບຄວາມເປັນກາງຖາວອນ. ທ່ານວ່າງເວີນປິ່ນໄດ້ກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງວ່າ: ຈີນໄດ້ເຫັນແລ້ວວ່າ: ຣັດເຊຍແລະອູແກຣນລ້ວນແຕ່ໄດ້ສົ່ງສັນຍານທີ່ຕັ້ງໜ້າໃນການເຈລະຈາ, ຈີນມີຈຸດຢືນມາໂດຍຕະຫຼອດວ່າ: ການສົນທະນາແລະການເຈລະຈາແມ່ນວິທີທາງທີ່ຖືກຕ້ອງພຽງຢ່າງດຽວເພື່ອແກ້ໄຂວິກິດການອູແກຣນ.

ໃນເວລາຕອບຄຳຖາມກ່ຽວກັບຈີນຈະເປັນຝ່າຍຮັບປະກັນຕໍ່ສັນຍາສັນຕິພາບຣັດເຊຍ-ອູແກຣນຫຼືບໍ່? ທ່ານວ່າງເວີນປິ່ນກ່າວວ່າ: ຈີນໄດ້ພະຍາຍາມຕາມຄວາມສາມາດຂອງຕົນເພື່ອສັນຕິພາບມາໂດຍຕະຫຼອດ, ຈະສືບຕໍ່ຊຸກຍູ້ໃຫ້ສະຖານະການ

ອູແກຣນຜ່ອນຄາຍລົງດ້ວຍວິທີຂອງຕົນ ແລະຈະເສີມຂະຍາຍບົດບາດທີ່ມີລັກສະນະສ້າງສັນ, ຮ່ວມກັບຝ່າຍຕ່າງໆ, ພະຍາຍາມຕາມທິດທາງທີ່ເຮັດໃຫ້ການປະທະກັນລະຫວ່າງຣັດເຊຍແລະອູແກຣນໄດ້ຮັບການແກ້ໄຂໂດຍໄວ ເພື່ອໃຫ້ເອີຣົບຟື້ນຟູສັນຕິພາບໂດຍໄວ.