ລັດຖະມົນຕີກະຊວງການຕ່າງປະເທດຈີນພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ

2022-03-31 10:48:26 cri



  ວັນທີ 30 ມີນານີ້,ຢູ່ເມືອງຖຸນຊີ່ແຂວງອ່ານຫຸ່ຍ,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຈັດການພົບປະເຈລະຈາກັບທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍທີ່ມາປະເທດຈີນເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໃກ້ຄຽງອາຟະການິດ ສະຖານຄັ້ງທີ 3.ສອງຝ່າຍໄດ້ກ່າວ ເນັ້ນໜັກເຖິງການຈັດຕັ້ງປະຕິບັດຄວາມເຫັນຮ່ວມກັນອັນສຳຄັນຂອງປະມຸກລັດ ສອງປະເທດເພື່ອຊຸກຍູ້ສາຍພົວພັນລະຫວ່າງຈີນ-ຣັດເຊຍໃຫ້ກ້າວໄປສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ.



  ທ່ານລາຟລົຟໄດ້ແຈ້ງສະພາບການເຈລະຈາລະຫວ່າງຣັດເຊຍ-ອູແກຣນໃຫ້ ຊາບ,ໂດຍກ່າວວ່າ:ຣັດເຊຍສຸມໃສ່ການຫຼຸດອຸນຫະພູມຂອງສະຖານະການທີ່ເຄັ່ງ ຕຶງ,ຈະສືບຕໍ່ເຈລະຈາສັນຕິພາບກັບອູແກຣນ,ພ້ອມທັງສືບຕໍ່ແລກປ່ຽນຄວາມເຫັນກັບປະຊາຄົມໂລກ.


  ທ່ານຫວາງຢີ້ກ່າວວ່າ:ບັນຫາອູແກຣນມີຄວາມເປັນມາທີ່ສັບສົນທາງປະຫວັດ ສາດ,ທັງແມ່ນການລະເບີດຄວາມຂັດແຍ້ງດ້ານຄວາມໝັ້ນຄົງຂອງເອີຣົບທີ່ໄດ້ສະສົມມາເປັນເວລາຍາວນານ,ທັງແມ່ນຜົນຈາກແນວຄິດສົງຄາມເຢັນແລະການເປັນປໍລະປັກກັນລະຫວ່າງກຸ່ມກ້ອນ.ພາຍໃຕ້ສະຖານະການໃນປັດຈຸບັນ,ພວກຂ້າພະເຈົ້າສະໜັບສະໜູນຣັດເຊຍແລະອູແກຣນທັງສອງຝ່າຍຜ່ານຜ່າຄວາມຫຍຸ້ງຍາກເພື່ອສືບຕໍ່ການເຈລະຈາສັນຕິພາບ,ສະໜັບສະໜູນຜົນສຳເລັດທີ່ຕັ້ງໜ້າທີ່ການເຈລະຈາໄດ້ຮັບຈົນມາຮອດປັດຈຸບັນ,ສະໜັບສະໜູນສະຖານະການໃນປັດຈຸບັນບັນລຸການຫຼຸດອຸນຫະພູມໂດຍໄວ,ສະໜັບສະໜູນຄວາມພະຍາຍາມຂອງຣັດເຊຍພ້ອມດ້ວຍຝ່າຍຕ່າງໆເພື່ອປ້ອງກັນບໍ່ໃຫ້ເກີດວິກິດການມະນຸດສະທຳຂະໜາດໃຫຍ່. ເມື່ອສັງເກດເບິ່ງໃນໄລຍະຍາວແລ້ວເຫັນວ່າ:ຄວນຖອດຖວນບົດຮຽນທາງລົບຈາກວິກິດການອູແກຣນ,ຕອບຮັບຄວາມຫ່ວງໃຍດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງຝ່າຍຕ່າງໆບົນພື້ນຖານຫຼັກການຕ່າງຝ່າຍຕ່າງເຄົາລົບກັນແລະຄວາມໝັ້ນຄົງທີ່ຕັດແຍກອອກບໍ່ໄດ້,ຜ່ານການສົນທະນາແລະເຈລະຈາກັນເພື່ອສ້າງຂອບຄວາມໝັ້ນຄົງເອີຣົບທີ່ສະໝ່ຳສະເໝີ ມີປະສິດທິພາບແລະຍືນ ຍົງເພື່ອບັນລຸຄວາມໝັ້ນຄົງຍາວນານຂອງເອີຣົບ.