ກອງປະຊຸມສຸດຍອດຈີນ-ເອີຣົບຈະຈັດຂຶ້ນໃນວັນທີ 1 ເມສາໜ້ານີ້ ທ່ານສີຈິ້ນຜິງຈະພົບປະກັບຜູ້ນຳສະຫະພາບເອີຣົບດ້ວຍຮູບແບບວິດີໂອ

2022-03-31 10:48:55 cri

    



ວັນທີ 30 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດ ຈີນປະກາດວ່າ: ຜ່ານການປຶກສາຫາລືແລະຕົກລົງກັນລະຫວ່າງສອງຝ່າຍຈີນ -ສະຫະພາບເອີຣົບ,  ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຈະຮ່ວມກັບທ່ານ ຊາເລັສ ມີເຊວປະທານສະພາເອີຣົບ ແລະທ່ານນາງອູຊູລາ ວອນເດີ ເລອັນ ປະທານຄະນະກຳມາທິການສະຫະ ພາບເອີຣົບຈັດການພົບປະລະຫວ່າງຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 23 ໃນວັນທີ 1 ເມສາໜ້ານີ້ດ້ວຍຮູບແບບວິດີໂອ. ໃນໄລຍະດຳເນີນການພົບປະ, ທ່ານສີຈິ້ນຜິງ ປະທານປະເທດ ຈີນຈະພົບປະກັບຜູ້ນຳສະຫະພາບເອີຣົບດ້ວຍຮູບແບບວິດີໂອ.


ທ່ານວ່າງເວີນປິ່ນກ່າວຢືນຢັນວ່າ: ການພົບປະລະຫວ່າງຜູ້ນຳຈີນ-ສະຫະ ພາບເອີຣົບໄດ້ຈັດຂຶ້ນຢ່າງສຳເລັດຜົນມາແລ້ວ 22 ຄັ້ງ, ເຊິ່ງໄດ້ເສີມຂະຫຍາຍ ບົດບາດສຳຄັນໃນການນຳພາທາງດ້ານຍຸດທະສາດເພື່ອການຂະຫຍາຍຕົວຂອງ ການພົວພັນຈີນ-ສະຫະພາບເອີຣົບກໍຄືການສົນທະນາ ແລະການຮ່ວມມືກັນລະ ຫວ່າງສອງຝ່າຍ.


ທ່ານວ່າງເວີນປິ່ນກ່າວຕື່ມວ່າ: “ສະຖານະການສາກົນໃນປັດຈຸບັນມີຄວາມ ປ່ັນປ່ວນແລະຜັນແປໄປຢ່າງໄວວາ, ຄວາມບໍ່ແນ່ນອນໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນ, ຈີນແລະສະຫະພາບເອີຣົບເປັນສອງກຳລັງແຮງໃນການປົກປັກຮັກສາສັນຕິພາບ ໂລກ, ເປັນສອງຕະຫຼາດໃຫຍ່ທີ່ຊຸກຍູ້ການພັດທະນາຮ່ວມກັນ, ແລະເປັນສອງ ອະລິຍະທຳທີ່ຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ. ສອງຝ່າຍຄວນເພີ່ມທະທະວີການ ແລກປ່ຽນກັນທາງດ້ານຍຸດທະສາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ທ້ອນໂຮມ ຄວາມຮັບຮູ້ທີ່ເປັນເອກະພາບກັນ, ດຳເນີນການສົນທະນາແລະຮ່ວມມືກັນບົນ ພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ ການພົວພັນຈີນ-ສະຫະພາບເອີຣົບໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງແລະປອດໃສ, ເພີ່ມຄວາມໝັ້ນຄົງແລະພະລັງແຮງສ້າງສັນໃຫ້ກັບສະຖານະການສາກົນທີ່ປັ່ນ ປ່ວນແລະສະຫຼັບສັບຊ້ອນ.”