ຈີນເຫັນວ່າ: ຍີ່ປຸ່ນຄວນປະຕິບັດຕາມພັນທະໃນສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄຼຍ, ບໍ່ເຮັດເລື່ອງທີ່ທຳລາຍຄວາມໝັ້ນຄົງຂອງພາກພື້ນກໍຄືຂອງໂລກ

2022-04-01 11:25:25 cri

ວັນທີ 31 ມີນາແລ້ວນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຍີ່ປຸ່ນຄວນປະຕິບັດຕາມພັນທະໃນສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄຼຍ, ບໍ່ເຮັດເລື່ອງທີ່ທຳລາຍຄວາມໝັ້ນຄົງຂອງພາກພື້ນກໍຄືຂອງໂລກ.

ຂ່າວແຈ້ງໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດອາເມຣິກາໄດ້ຍື່ນ “ບົດລາຍງານພິຈາລະນາສະຖານະການນິວເຄຼຍ” ສະບັບລັບໃຫ້ລັດຖະສະພາໃນວັນທີ 28 ມີນາຜ່ານມານີ້ ໂດຍໄດ້ຊີ້ໃຫ້ເຫັນວ່າ: ລັດຖະບານໄບເດັນຈະຮັກສານະໂຍບາຍສ້າງຄວາມໜ້າເກງຂາມດ້ານອາວຸດນິວເຄຼຍທີ່ມີຢູ່ໃນປັດຈຸບັນ, ບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາໃນການເລືອກຕັ້ງທີ່ຈະໃຊ້ນະໂຍບາຍບໍ່ນຳໃຊ້ອາວຸດນິວເຄຼຍກ່ອນໝູ່. ຕໍ່ກັບເລື່ອງນີ້, ທ່ານມັດຊຸໂນະ ຮິໂຣກາຊຸ ເລຂາທິການລັດຖະບານຍີ່ປຸ່ນກ່າວວ່າ: ໃນຖານະເປັນພັນທະມິດຂອງອາເມຣິກາ, ຍີ່ປຸ່ນສະໜັບສະໜູນຢ່າງຮຸນແຮງຕໍ່ທັດສະນະໃນບົດລາຍງານກ່ຽວກັບການຮັກສາແລະເພີ່ມຄວາມໜ້າເກງຂາມດ້ານອາວຸດນິວເຄຼຍ.

ທ່ານວ່າງເວີນປິ່ນກ່າວວ່າ: “ຍີ່ປຸ່ນແມ່ນປະເທດພຽງໜຶ່ງດຽວທີ່ເຄີຍຖືກໂຈມຕີດ້ວຍອາວຸດນິວເຄຼຍ, ດ້ານໜຶ່ງໄດ້ປ່າວປະກາດການສ້າງໂລກທີ່ປອດອາວຸດນິວເຄຼຍ, ແຕ່ອີກດ້ານໜຶ່ງຊ້ຳພັດສະໜັບສະໜູນຢ່າງຮຸນແຮງຕໍ່ນະໂຍບາຍສ້າງຄວາມໜ້າເກງຂາມດ້ານອາວຸດນິວເຄຼຍຂອງອາເມຣິກາທີ່ຖືການນຳໜ້ານຳໃຊ້ອາວຸດນິວເຄຼຍເປັນພື້ນຖານ, ນີ້ໄດ້ເຜີຍແບລັກສະນະຈອມປອມແລະສອງມາດຕະຖານຂອງນະໂຍບາຍຍີ່ປຸ່ນຢ່າງເຕັມສ່ວນ. ຫວ່າງມໍ່ໆມານີ້, ນັກການເມືອງຍີ່ປຸນຈຳນວນໜຶ່ງໄດ້ກ່າວຖ້ອຍຄວາມທີ່ບໍ່ມີຄວາມຮັບຜິດຊອບກ່ຽວກັບ “ການຊົມໃຊ້ນິວເຄຼຍຮ່ວມກັນ” ເລື້ອຍໆ ເຊິ່ງເຮັດໃຫ້ປະເທດໃນພາກພື້ນແລະປະຊາຄົມໂລກມີຄວາມເປັນຫ່ວງຢ່າງສູງຕໍ່ກັບເລື່ອງນີ້.”