ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມເພື່ອຮັບຟັງການລາຍງານສະພາບການແກ້ໄຂອຸບັດເຫດເຮືອບິນໂດຍສານຖ້ຽວMU5735ຕົກ

2022-04-01 11:15:25 cri

ຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມໃນວັນທີ 31 ມີນາຜ່ານມາ ເພື່ອຮັບຟັງການລາຍງານສະພາບການແກ້ໄຂສຸກເສີນກ່ຽວກັບເຮືອບິນໂດຍສານຖ້ຽວ    MU5735 ຂອງບໍລິສັດການບິນໄຊນາອີສເທີນເກີດອຸບັດເຫດຕົກໃນວັນທີ 21 ມີນາແລ້ວນີ້, ແລະວາງແຜນເພື່ອປະຕິບັດວຽກງານໃນຂັ້ນຕໍ່ໄປໃຫ້ດີ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານຂອງກອງປະຊຸມແລະກ່າວຄຳປາໄສສຳຄັນ.

   ທີ່ປະຊຸມໄດ້ເນັ້ນໜັກວ່າ: ອຸບັດເຫດຄັ້ງນີ້ໄດ້ເຮັດໃຫ້ 132 ຄົນໃນເຮືອບິນເສຍຊີວິດ, ພວກເຮົາຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ. ຕ້ອງຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່ແລະຖືຊີວິດສຳຄັນກວ່າໝູ່, ລົງເລິກເຮັດວຽກແກ້ໄຂບັນຫາຕ່າງໆພາຍຫຼັງເກີດເຫດໃຫ້ດີຢ່າງລະອຽດ. ຕ້ອງເພີ່ມທະວີການຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ, ຊ່ວຍບັນເທົາທຸກໃຫ້ຄອບຄົວຜູ້ເສຍຊີວິດ. ຕ້ອງປະຕິບັດວຽກງານເຜີຍແຜ່ຂໍ້ມູນຂ່າວສານຫຼັງຈາກເກີດເຫດຢ່າງເປັນລະບຽບແລະໝັ້ນທ່ຽງໃຫ້ມີປະສິດທິຜົນ, ເຜີຍແຜ່ຂໍ້ມູນຂ່າວສານຢ່າງຕໍ່ເນື່ອງຕາມຫຼັກການທີ່ີທັນເວລາ, ຖືກຕ້ອງ, ເປີດເຜີີຍແລະໂປ່ງໃສ, ຕອບສະໜອງກັບຄວາມສົນໃຈຂອງສັງຄົມຢ່າງຕັ້ງໜ້າ.

    ທີ່ປະຊຸມຊີ້ໃຫ້ເຫັນວ່າ: ຕ້ອງຍຶດໝັ້ນວາງແຜນການພັດທະນາແລະຄວາມປອດໄພໃຫ້ເປັນເອກະພາບກັນ, ການພັດທະນາແມ່ນບໍ່ໃຫ້ຖືການເສຍສະຫຼະຄວາມປອດໄພເປັນສິ່ງຕອບແທນຢ່າງເດັດຂາດ, ຝ່າຍຕ່າງໆຕ້ອງຖອດຖອນບົດຮຽນຢ່າງເລິກເຊິ່ງ, ດຳເນີນການກວດກາສະເພາະກິດເພື່ອຮັກສາຄວາມປອດໄພໃນການຜະລິດຢ່າງຮອບດ້ານໃນທົ່ວປະເທດ, ກວດກາແລະແກ້ໄຂຄວາມສ່ຽງດ້ານຄວາມປອດໄພຢ່າງຮອບດ້ານ, ປ້ອງກັນແລະສະກັດກັ້ນອຸບັດເຫດຕ່າງໆຢ່າງສຸດຂີດ, ເພື່ອຮັກສາສະພາບລວມຂອງສະຖຽນລະພາບທາງສັງຄົມ.