ຈີນປະກາດໃຊ້ມາດຕະການຕອບໂຕ້ຄືນ

2022-04-01 14:33:23 cri




  ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນກອງປະຊຸມ ຖະແຫຼງຂ່າວໃນວັນທີ 31 ມີນາຜ່ານມານີ້ວ່າ:ຝ່າຍຈີນຕົກລົງນຳໃຊ້ມາດຕະການຈຳກັດການອອກວີຊາທີ່ເທົ່າທຽມກັນຕໍ່ກັບເຈົ້າໜ້າທີ່ອາເມຣິກາທີ່ປັ້ນແຕ່ງຄຳຂີ້ຕົວະໃນບັນຫາສິດທິມະນຸດທີ່ພົວພັນກັບປະເທດຈີນ ຊຸກຍູ້ການວາງນະໂຍບາຍລົງໂທດປະເທດຈີນແລະທຳລາຍຜົນປະໂຫຍດຂອງຝ່າຍຈີນ.


  ກ່ອນໜ້ານີ້,ຄືໃນວັນທີ21ມີນາແລ້ວນີ້,ທ່ານອັນໂຕນີ ບລິນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການ,ໂດຍປະກາດວ່າ:ອາເຣິກາຈະປະຕິບັດການຈຳກັດການອອກວີຊາໃຫ້ເຈົ້າໜ້າທີ່ຈີນໃນຂໍ້ຫາອັນທີ່ເອີ້ນວ່າລະເມີດສິດທິມະນຸດ.ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນຊີ້ອອກວ່າ,ຝ່າຍອາເມຣິກາຖືອັນທີ່ີເອີ້ນວ່າບັນຫາສິດທິມະນຸດເປັນຂໍ້ອ້າງເພື່ອປັ້ນແຕ່ງຄຳຂີ້ຕົວະທີ່ຊົ່ວຊ້າ,ພ້ອມທັງຖືເປັນຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງປະເທດຈີນ,ໃສ່ຮ້າຍປ້າຍສີພາບພົດຂອງຈີນແລະກົດດັນເຈົ້າໜ້າທີ່ຈີນ.


  ການກະທຳເຫຼົ່ານີ້ບໍ່ມີເສັ້ນພື້ນຖານດ້ານສິນທຳຈັກດີ້,ທັງໄດ້ລະເມີດກົດໝາຍສາກົນແລະຫຼັກການພື້ນຖານແຫ່ງສາຍພົວພັນສາກົນຢ່າງໜັກໜ່ວງ,ຝ່າຍຈີນເດັດດ່ຽວຄັດຄ້ານເລື່ອງນີ້.ເພື່ອປົກປ້ອງຜົນປະໂຫຍດແຫ່ງອະທິປະໄຕ ຄວາມໝັ້ນຄົງ ແລະການພັດທະນາຂອງຈີນ,ປົກປ້ອງສິດແລະຜົນປະໂຫຍດທີ່ທ່ຽງທຳແລະຊອບດ້ວຍກົດໝາຍຂອງເຈົ້າໜ້າທີ່ຝ່າຍຈີນ,ໂດຍອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍວ່າດ້ວຍການຕ້ານການລົງໂທດຈາກຕ່າງປະເທດແຫ່ງສາທາລະນະລັດປະຊາຊົນຈີນ, ຝ່າຍຈີນຕົກລົງນຳໃຊ້ມາດຕະການຈຳກັດທີ່ີເທົ່າທຽມກັນໃນການອອກວີຊາໃຫ້ເຈົ້າໜ້າທີ່ອາເມຣິການທີ່ປັ້ນແຕ່ງຄຳຂີ້ຕົວະໃນບັນຫາສິດທິມະນຸດທີ່ກ່ຽວພັນກັບປະເທດຈີນແລະຊຸກຍູ້ການອອກນະໂຍບາຍລົງໂທດປະເທດຈີນ ເພື່ອທຳລາຍຜົນປະໂຫຍດຂອງຝ່າຍຈີນ.