ກະຊວງການຄ້າຈີນເຫັນວ່າ ໜ່ວຍງານເສດຖະກິດການຄ້າຈີນ-ອາເມຣິກາຮັກສາການແລກປ່ຽນຄວາມເຫັນເປັນປົກກະຕິ ແລະການຮ່ວມມືເປັນທາງເລືອກທີ່ຖືກຕ້ອງພຽງໜຶ່ງດຽວ

2022-04-01 11:56:41 cri

ກະຊວງການຄ້າຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 31 ມີນາແລ້ວ ນີ້, ໂຄສົກກະຊວງການຄ້າຈີນໄດ້ຕອບຫຼາຍຄຳຖາມຂອງສື່ມວນຊົນກ່ຽວກັບບັນ ຫາຈຸດສຸມດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາໃນໄລຍະມໍ່ໆມານີ້. ໃນໂອກາດດັ່ງກ່າວ, ທ່ານນາງ ຊູ້ເຈຖິງ ໂຄສົກກະຊວງການຄ້າຈີນໄດ້ກ່າວເນັ້ນ ໜັກອີກຄັ້ງໜຶ່ງວ່າ: ຈີນແລະອາເມຣິກາມີຜົນປະໂຫຍດຮ່ວມກັນຢ່າງໃຫຍ່ຫຼວງ, ການຮ່ວມມືຈິ່ງແມ່ນທາງເລືອກທີ່ຖືກຕ້ອງພຽງໜຶ່ງດຽວ.

 ເມື່ອບໍ່ດົນມານີ້, ຄະນະກຳມະການສື່ສານສະຫະລັດອາເມຣິກາໄດ້ປະກາດ ຈັດເອົາບໍລິສັດໂທລະຄົມຈີນຫຼືChina Telecom ສາຂາທະວີບອາເມຣິກາ ແລະບໍລິສັດສື່ສານເຄື່ອນທີ່ຈີນຫຼືChina Mobile ສາກົນ(ອາເມຣິກາ)ຈຳກັດ ເຂົ້າໃນ “ບັນຊີລາຍຊື່ນັກທຸລະກິດຜູ້ສະໜອງທີ່ບໍ່ໜ້າເຊື່ອຖື”. ຕໍ່ກັບເລື່ອງນີ້, ທ່ານນາງຊູ້ເຈຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: “ອາເມຣິກາໄດ້ຂະຫຍາຍ ນິຍາມກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ໃນກໍລະນີທີ່ຂາດຫຼັກຖານອ້້າງອີງໃນຄວາມ ເປັນຈິງນັ້ນ, ຈັດເອົາວິສາຫະກິດຈີນເຂົ້າໃນອັນທີ່ເອີ້ນວ່າ ‘ບັນຊີລາຍຊື່ນັກທຸລະ ກິດຜູ້ສະໜອງທີ່ບໍ່ໜ້າເຊື່ອຖື່’, ຈຳກັດຜະລິດຕະພັນແລະການບໍລິການຂອງ ວິສາຫະກິດຈີນເຂົ້າເຖິງຕະຫຼາດ, ນຳໃຊ້ກຳລັງແຫ່ງຊາດຕາມລຳພັງໃຈເພື່ອ ລົງໂທດແລະກົດດັນວິສາຫະກິດຈີນ, ເຊິ່ງໄດ້ຝ່າຝືນຫຼັກການຕະຫຼາດພື້ນຖານ ແລະກົດລະບຽບເສດຖະກິດການຄ້າສາກົນທີ່ຖືກຍອມຮັບທົ່ວໄປ, ໄດ້ທຳລາຍສິດ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນແລະຜູ້ບໍລິໂພກເຊິ່ງລວມທັງລູກຄ້າອາເມຣິກາ. ອາເມຣິກາຄວນດັດແກ້ການກະທຳອັນຜິດພາດໃນທັນທີ, ຢຸດຕິການຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ ເພື່ອສ້າງສະພາບ ແວດລ້ອມດ້ານຕະຫຼາດທີ່ຍຸຕິທຳ, ໝັ້ນທ່ຽງແລະບໍ່ມີການຈຳແນກໃຫ້ແກ່ການດຳເນີນ ທຸລະກິດຢູ່ອາເມຣິກາຂອງວິສາຫະກິດບັນດາປະເທດເຊິ່ງລວມທັງວິສາຫະກິດຈີນ. ຈີນຈະນຳໃຊ້ມາດຕະການທີ່ຈຳເປັນເພື່ອປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ. ”